|
ເຣື່ອງອົງຄຸລີມາລນີ້ ມີຢູ່ໃນ ຄຳພີຣ໌ ມັຊຊິມະນິກາຍ. ພຣະເຈົ້າປະເສນທິ ໂກສົລ ເຈົ້າຊີວິຕ ຂອງ ແຄວ້ນ ໂກສົລ ມີ ພຣາມປຸໂຣຫິຕ ເປັນ ທີ່ປຶກສາ ຄົນນຶ່ງ ຊື່ ພະຄະວາ ຄັກຄະ. ພະຣິຍາ ຂອງ ພຣາມນັ້ນ ຊື່ວ່າ ມັນຕານີ. ຄືນນຶ່ງ ນາງພຣາມມະນີ ມັນຕານີ ໄດ້ເກີດລູກ ເປັນ ຊາຍຄົນນຶ່ງ. ໃນ ເວລາເກີດນັ້ນ ສາຕຣາ ອາວຸທ ທີ່ຢູ່ ໃນ ເຮືອນ ຂອງ ພຣາມນັ້ນ ກໍເກີດ ປະກາຍແສງ ເຫຼື້ອມຍາບຍີບ ຂຶ້ນເອງ. ພຣາມ ຜູ້ເປັນ ພໍ່ ເຫັນປລາດ ດັ່ງນັ້ນ ກໍອອກໄປ ນອກເຮືອນ ເບິ່ງ ດາວນັກຄັຕຣຶກ ກ່ຽວກັບ ໂຊກຊະຕາ ລູກຊາຍ ຂອງ ຕົນ ກໍຮູ້ວ່າ ລູກຊາຍ ຈະເປັນ ມະຫາໂຈຣ ໃນ ອະອາຄົຕ. ພຣາມ ກໍຣຳພຶງ ໃນ ເຣື່ອງນີ້ ຢູ່ ຕລອດຄືນ. ຕື່ນເຊົ້າມາ ພຣາມ ກໍໄປເຝົ້າ ພຣະເຈົ້າໂກສົລ ແຕ່ເຊົ້າ ຂາບນະມັສການ ແລ້ວ ຖາມວ່າ: - ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ, ຄືນນີ້ ພຣະອົງຄ໌ ກໍຊົງ ສຸຂໄສຍາສ ບັນທົມເປັນສຸຂ ຫຼື ປະການໃດ ? - ຂ້າແຕ່ ທ່ານອາຈາຣ, ຄວາມສຸຂ ຈະມີແກ່ ເຮົາ ໄດ້ຢ່າງໃດ ຄືນນີ້ ສາຕຣາ ອາວຸທ ໃນ ພຣະຣາຊວັງ ອອກແສງ ເຫຼື້ອມ ຍາບຍີບ ໄປໝົດ ? ເຣື່ອງນີ້ ເກີດຂຶ້ນ ໄດ້ຢ່າງໃດ ? - ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ. ພຣະອົງຄ໌ ຢ່າໄດ້ ຕົກພຣະໄທຍ໌ ໄປເລີຍ ບໍ່ມີ ເຫຕຮ້າຍ ອັນໃດ ຈະເກີດມີ ແກ່ ພຣະອົງຄ໌ ດອກ. ສາຕຣາ ອາວຸທ ທີ່ ເກີດ ແສງ ອອກເອງນັ້ນ ບໍ່ມີແຕ່ ພາຍໃນ ພຣະຣາຊວັງ ນີ້ທໍ່ ນັ້ນ, ແມ່ນແຕ່ ສາຕຣາ ທີ່ຢູ່ ເຮືອນ ຂ້າພຣະບາທ ແລະ ອາວຸທ ທົ່ວ ເມືອງສາວັດຖີນີ້ ກໍອອກແສງ ເໝືອນກັນ. ອັນນີ້ ແມ່ນ ຍ້ອນ ຊະຕາກັມ ຂອງ ລູກຊາຍ ຂ້າພຣະອົງຄ໌ເອງ. ດາວນັກຂັຕຣຶກ ຂອງເຂົາ ຖືກ ໜ່ວຍຊື່ວ່າ ມະຫາໂຈຣ. ເຂົາ ຈະເປັນ ມະຫາໂຈຣ ໃນ ອະນາຄົຕ. ເຮົາ ຄວນຂ້າ ເຂົາຖິ້ມ ເສັຽກ່ອນ ຈະດີກວ່າ ປ່ຽໄວ້ ແລ້ວ ທຳຄວາມເສັຽຫາຍ ໃຫ້ແກ່ ບ້ານເມືອງ ໃນ ພາຍຫຼັງ. - ທ່ານອາຈາຣ, ເຂົາ ຈະເປັນ ໂຈຣ ໂດຍລຳພັງ ຄົນດຽວບໍ, ຫຼືວ່າ ຈະມີ ພັກພວກບໍຣິວານ ມາກຫຼາຍ? - ເຂົາ ຈະເປັນ ໂຈຣ ໂດຍລຳພັງ ເຂົາເອງ. - ຖ້າຢ່າງນັ້ນ ທ່ານອາຈາຣ ບໍ່ຕ້ອງຂ້າ ເຂົາດອກ. ລ້ຽງເກືອ ເຂົາ ໃຫ້ດີ ແລ້ວ ໃຫ້ຮຽນ ສິລປະສາຕ. ເມື່ອ ມີ ວິຊາ ຄວາມຮູ້ແລ້ວ ກໍຄົງ ຈະດີ ໄປໜ້າໄດ້. ເພື່ອໃຫ້ເປັນ ມົງຄຸນ ພຣາມປຸໂຣຫິຕ ກໍໄດ້ໃສ່ ຊື່ ລູກຊາຍວ່າ ອະຫິງສະກະ ແປວ່າ ຜູ້ບໍ່ບຽດບຽນ ຫຼື ຜູ້ບໍ່ທຳຮ້າຍ ຄົນອື່ນ. ອະຫິງສະກະມານົບ ກໍເຕີບໂຕ ໃຫຽ່ຂຶ້ນຕາມລຳດັບ. ເມື່ອ ຮອດ ຍາມ ຈະໄປ ສຶກສາຮໍ່າຮຽນ ແລ້ວ ພໍ່ແມ່ ກໍເອົາເງິນ ໃຫ້ 1ພັນ ກະຫະປະນະ ເພື່ອເປັນ ຄ່າຈ້າງຮຽນ. ອະຫິງສະກະ ກໍຕຽມຕົວ ອອກເດີນທາງ ໄປ ເມືອງຕັກກະສີລາ. ເມືອງຕັກກະສີລາ ໃນ ສໄມນັ້ນ ແມ່ນມີ ຊື່ສຽງ ທີ່ສຸດ ໃນ ດ້ານສຶກສາ. ແມ່ນ ສູນກາງ ການສຶກສາ ຊັ້ນສູງ. ລູກຜູ້ໃຫຽ່ ລູກພຣາມມະຫາສານ ລູກກະສັຕ ແລະ ຄົນອື່ນໆ ທີ່ມີ ເງິນ ແມ່ນ ຮຽນຈົບ ມາແຕ່ ເມືອງຕັກກະສີລາ ທັງນັ້ນ. ການສຶກສາ ໃນສໄມນັ້ນ ແມ່ນກິນຢູ່ ນຳອາຈາຣເລີຍ. ສະແດງວ່າ ອາຈາຣທິສາປາໂມກນັ້ນ ມີອາຄານຫັຼງໃຫຍ່ ມີຫ້ອງພັກ ຫ້ອງນອນ ໃຫ້ນັກຮຽນ ຢູ່ອາສັຍພ້ອມ ແບບດຽວກັບ ໂຮງຮຽນກິນນອນ ໃນສໄມນີ້. ອະຫິງສະກະ ເປັນຊາຍໜຸ່ມທີ່ດຸໜັ່ນ ແລະມີກຳລັງກາຍ ອັນມະຫາສານ ສລາດສລຽວ ທັງມີ ກິຣິຍາ ຮຽບຮ້ຽດີ. ອາຈາຣທິສາປາໂມກ ຈຶ່ງຮັກ ອະຫິງສະກະ ຫຼາຍກວ່າໝູ່. ເປັນເຫດໃຫ້ ນັກຮຽນ ຄົນອື່ນໆອິດສາ ແລະ ປອງຮ້າຍ ອະຫິງສະກະ ຕລອດມາ. ພວກເຂົາພາກັນ ປັ້ນເຣື່ອງຂຶ້ນ ໄປສັບສໍ່ຕໍ່ອາຈາຣ ເພື່ອໃສ່ຮ້າຍ ອະຫິງສະກະ ແຕ່ອາຈາຣນັ້ນ ກໍບໍ່ໄດ້ເອົາຫົວໃສ່ໃຈຊາ. ແຕ່ເມື່ອລູກສິດພວກນັ້ນ ໃສ່ຄວາມມາຕລອດ ພ້ອມດ້ວຍກົລອຸບາຍຕ່າງໆ ຈິຕໃຈຂອງອາຈາຣ ກໍຄ້ອຍງ່ຽງໄປຕາມ. ອາຈາຣ ຈຶ່ງຄຶດຫາ ກົລອຸບາຍ ກຳຈັດອະຫິງສະກະເສັຽ. ແຕ່ວ່າ ຖ້າຈະກຳຈັດ ອະຫິງສະກະ ໃນເວລາທີ່ຍັງຮຽນ ຢູ່ໃນສຳນັກ ຂອງຕົນ ຢູ່ນີ້ ກໍຢ້ານວ່າ ຄວາມຮ້າຍ ຈະມາສູ່ຕົນເອງ ພ້ອມທັງ ເສັຽຊື່ສຽງອີກ ແລ້ວ ຄົນທັງຫຼາຍ ຈະບໍ່ສົ່ງ ລູກ ມາຮຽນ ນຳ ລາພສັກກາຣະ ກໍຈະບໍ່ມີ. ອາຈາຣ ຈຶ່ງອົດໄວ້ ໃຫ້ ອະຫິງສະກະ ຮຽນຈົບ ສາກ່ອນ. ເມື່ອ ຮຽນຈົບແລ້ວ ອາຈາຣ ຈຶ່ງບອກ ອະຫິງສະກະ ໄປຊອກ ນີ້ວກ້ຽ ມືຄົນ ໃຫ້ໄດ້ ພັນນຶ່ງ ເພື່ອ ມາປົງຄາຍ ຫຼື ວ່າ ມາສິດເອົາ ມົນຕ໌ ທີ່ໄດ້ຮຽນນຳ ອາຈາຣ ມານັ້ນ. ຖ້າ ບໍ່ໄດ້ ນີ້ວກ້ຽ ພັນນຶ່ງ ມາປົງຄາຍ ວິຊາ ອາຄົມ ທີີ່ ຮຽນມານັ້ນ ກໍບໍ່ສັກສິດ. ອະຫິງສະກະ ຈຶ່ງເວົ້າ ກັບ ອາຈາຣວ່າ " ຂ້າແຕ່ ທ່ານອາຈາຣ, ຕະກູນ ຂອງ ຂນ້ຽ ບໍ່ເຄີຍບຽດບຽນ ຄົນ ຈັກເທື່ອ ເຮັດ ແນວໃດ ຈຶ່ງຈະເອົາ ນີ້ວກ້ຽຄົນ ເຖິງ ພັນນຶ່ງ ມາບູຊາຄາຍ ທ່ານອາຈາຣໄດ້ ". ແຕ່ ທ່ານອາຈາຣ ກໍຍື່ນ ຄຳຂາດວ່າ " ຖ້າ ບໍ່ໄດ້ ຕາມທີ່ ບອກນີ້ ວິຊາ ທີ່ ເຈົ້າ ຮຽນມານັ້ນ ກໍບໍ່ມີ ຜົລດີ ອັນໃດ ". ຄົນສໄມນັ້ນ ເຄົາຣົບ ອາຈາຣທິສາປາໂມຄ ເໝືອນ ເຄົາຣົບ ພຣະມາຫາກະສັຕ. ຄຳສັ່ງ ຂອງອາຈາຣ ກໍຄື ຄຳສັ່ງ ຂອງເຈົ້າຊີວິຕ. ອະຫິງສະກະ ກໍຂາບລາ ອາຈາຣ ກັບຄືນ ບ້ານເມືອງ ຂອງຕົນ. ແທນທີ່ ຈະມາເຮືອນ ອະຫິງສະກະ ກໍເອົາຕົວ ລີ້ຢູ່ໃນປ່າ ເພື່ອ ພົກ ຄົນທີ່ ຢ່າງໄປມາ. ເມື່ອ ເຫັນຄົນ ເດີນມາ ອະຫິງສະກະ ກໍຂ້າ ຄົນເດີນທາງນັ້ນ ແລ້ວ ຕັດເອົາ ນີ້ວກ້ຽ. ຂ້າ ຄົນນຶ່ງ ກໍຕັດເອົາ ນີ້ວກ້ຽ ໄວ້ ນີ້ວນຶ່ງ. ໄດ້ຫຼາຍແລ້ວ ກໍຮ້ຽ ເປັນ ພວງ ແລ້ວ ຫ້ຽໄວ້ ງ່າໄມ້. ພວກສັຕ ທີ່ ກິນເນື້ອເປັນອາຫາຣ ໃນປ່າ ມາເຫັນ ກໍຄາຍເອົາໄປກິນ. ອະຫິງສະກະ ຊອກຫາ ຮ້ຽນີ້ວມື ທີ່ ຕົນຫ້ຽໄວ້ ບໍ່ເຫັນ ກໍຫາ ອຸບາຍ ເອົາເຊືອກ ມາຮ້ຽ ນີ້ວກ້ຽຄົນ ທີ່ໄດ້ມາໃໝ່ ໃຫ້ເປັນພວງ ແລ້ວ ຄ້ອງຄໍໄວ້ ເໝືອນ ພວງມາໄລ. ເມື່ອ ເປັນດັ່ງນັ້ນ ຄົນທັງຫຼາຍ ກໍເອີ້ນ ອະຫິງສະກະ ວ່າ ອົງຄຸລີມາລ ແປວ່າ ພວງມາໄລ ນີ້ວມື. ອົງຄຸລີມາລ ເປັນ ຜູ້ມີກຳລັງ ເໜືອ ຄົນທັງປວງ ສາມາດ ແລ່ນໄລ່ທັນ ຊ້າງ ມ້າ ຣົຖແກ່ມ້າ ແລ້ວ ຈັບໄວ້ໄດ້. ຄົນທີ່ມາເປັນ ໝວດໝູ່ 10, 20, 30 ແມ່ນແຕ່ 40ຄົນ ກໍບໍ່ສາມາດ ເອົາຊນະ ອົງຄຸລີມາລ ໄດ້. ຕາມ ຊົນນະບົດ ຄົນທັງຫຼາຍ ພາກັນແຕກຕື່ນ ປະບ້ານ ປະເຮືອນ ຂອງຕົນ ເຂົ້າໄປ ເຝົ້າ ພຣະເຈົ້າໂກສົລ ເພື່ອ ຮ້ອງທຸກຂ໌ ໃຫ້ ພຣະຣາຊາ ສົ່ງ ກອງທະຫານ ອອກປາບປາມ ອົງຄຸລີມາລ. ແຕ່ ຄົນທັງຫຼາຍ ບໍ່ຮູ້ວ່າ ແມ່ນ ອະຫິງສະກະມານົບ ລູກຊາຍ ຂອງ ພຣາມປຸໂຣຫິຕ. ພຣະຣາຊາ ກໍບໍ່ຮູ້ ຄືກັນ. ມີແຕ່ ພໍ່ແມ່ ກະຫິງສະກະ ທໍ່ນັ້ນ ທີ່ຮູ້ວ່າ ອົງຄຸລີມາລນັ້ນ ກໍຄື ລູກຊາຍ ຂອງຕົນເອງ. ເມື່ອ ຄົນທັງຫຼາຍ ມາຮ້ອງທຸກຂ໌ ຢູ່ ໜ້າພະລານຫຼວງ ນັບມື້ນັບຫຼາຍຂຶ້ນ ພຣະເຈົ້າໂກສົລ ກໍອອກຄຳສັ່ງ ໃຫ້ ກອງທະຫານ ຕຽມຕົວ ອອກໄປ ປາບປາມ ອົງຄຸລີມາລ. ເຊົ້າມື້ນັ້ນ ຄົນທັງຫຼາຍ ກໍພາກັນ ຊ່າລືວ່າ ພຣະເຈົ້າໂກສົລ ຈະສົ່ງ ກອງທັບ ອອກປາບປາມ ອົງຄຸລີມາລ. ມັນຕານີພຣາມມະນີ ກໍໄປຫາ ສາມີ ຂອງ ຕົນແລ້ວ ເວົ້າວ່າ: - ຂ້າແຕ່ ສາມີ, ມື້ນີ້ ພຣະຣາຊາ ພ້ອມກັບ ກອງທະຫານ ຈະອອກໄປ ປາບປາມ ອະຫິງສະກະ ລູກ ຂອງເຮົາ, ຂໍໃຫ້ ເຈົ້າ ຈົ່ງກະຣຸນາ ຊ່ຽ ຊີວິຕ ລູກແດ່ທ້ອນ. - ດູລາ ພຣາມມະນີ, ລູກຊົ່ວຊ້າ ຢ່າງນີ້ ເຮົາ ບໍ່ມີ ປໂຍຊອັນໃດ. ຕົກວ່າ ພຣາມຜູ້ເປັນ ພໍ່ ບໍ່ໄດ້ສົນໃຈ ຈະຊ່ຽ ຊີວິຕ ລູກຊາຍໄວ້. ແຕ່ ຫົວໃຈ ຂອງແມ່ ຍ່ອມ ອ່ອນຕໍ່ລູກ ທຸກຄົນ ບໍ່ແຂງ ກະດ້າງ ຕໍ່ລູກໄດ້. ນາງພຣາມມະນີ ກໍອອກບ້ານ ແຕ່ເຊົ້າ ເຂົ້າປ່າ ໄປຫາ ລູກຊາຍ ເພື່ອ ຈະບອກວ່າ ພຣະຣາຊາ ຍົກກອງທັບມາ ປາບປາມ ໃຫ້ເອົາຕົວ ຫຼົບໜີໄປ ໄກໆ. ກ່ອນແຈ້ງ ມື້ນັນເອງ ພຣະສັມມາສັມພຸທເຈົ້າ ກໍເລັ່ງ ພຣະຍານ ເພື່ອໂຜດສັຕ ຊົງໄດ້ເຫັນ ອົງຄຸລີມາລ ມາປະກົດ ໃນ ຄ່າຍພຣະຍານ ຂອງ ພຣະອົງຄ໌ ເມື່ອ ພິຈາຣະນາໄປ ກໍຮູ້ວ່າ ຖ້າ ບໍ່ໂຜດ ອົງຄຸລີມາລ ມື້ນີ້, ອົງຄຸລີມາລ ຈະຂ້າແມ່. ຖ້າ ຂ້າແມ່ ແລ້ວ ຊາຕນີ້ທັງຊາຕ ໝົດໂອກາດ ຈະບັນລຸທັມ ອັນໃດ ອັນນຶ່ງ ເມື່ອ ຕາຍແລ້ວ ຕ້ອງໄປຕົກຢູ່ ອະເວຈີ ມະຫານະຮົກ ສເວີຍທຸກຂ໌ຢູ່ ຕລອດ 1ກັບປ໌. ພ້ອມ ດຽວກັນ ພຣະ ພຸທອົງຄ໌ ກໍຊົງເຫັນ ອຸປນິໄສ ຂອງ ອົງຄຸລີມາລ ຈະສຳເຣັດ ອະຣະຫັຕຜົລໄດ້ ເພາະ ໄດ້ສ້າງ ປາຣະມີ ມາ ຫຼາຍແລ້ວ. ເມື່ອ ຮູ້ຢ່າງນີ້ແລ້ວ ພຣະພຸທອົງຄ໌ ກໍສະເດັດອອກ ແຕ່ເຊົ້າ ເພື່ອ ໄປໂຜດ ອົງຄຸລີມາລ. ໃນ ເວລາ ທີ່ ສະເດັດໄປ ຕາມທາງນັ້ນ ຄົນທັງຫຼາຍ ເຫັນ ພຣະພຸທອົງຄ໌ແລ້ວ ກໍເວົ້າວ່າ " ຂ້າແຕ່ ພຣະ ອົງຄ໌ ຜູ້ຈະເຣີນ, ຂໍ ພຣະອົງຄ໌ ຢ່າໄດ້ໄປ ຕາມທາງເສັ້ນນີ້ເລີຍ. ເພາະວ່າ ທາງເສັ້ນນີ້ ຈະດຳເນີນໄປສູ່ ປ່າ ອັນເປັນ ບ່ອນຢູ່ອາໄສ ຂອງ ໂຈຣອົງຄຸລີມາລ ຜູ້ໂຫດຫ້ຽມ. ໂຈຣນັ້ນ ຈະທຳ ອັນຕະຣາຍ ໃຫ້ແກ່ ພຣະອົງຄ໌ ໄດ້. ແຕ່ ພຣະພຸທອົງຄ໌ ກໍຊົງດຳເນີນໄປ ເປັນ ປົກກະຕິ. ເມື່ອ ເຂົ້າປ່າໄປແລ້ວ ອົງຄຸລີມາລ ກໍເຫັນ ພຣະພຸທອົງຄ໌ ສະເດັດມາ ຕາມລຳພັງ ພຣະອົງຄ໌ດຽວ. ອົງຄຸລີມາລ ກໍຄຶດວ່າ " ສະມະນະ ຕົນນີ້ ຄົງບໍ່ຮູ້ວ່າ ເຮົາ ຢູ່ ບ່ອນນີ້. ເຮົາ ຈະຂ້າ ສະມະນະຄົນນີ້ ແລ້ວ ຕັດເອົານີ້ວກ້ຽ ໃຫ້ ຄົບ 1ພັນພໍດີ ". ຄຶດ ດັ່ງນັ້ນແລ້ວ ອົງຄຸລີມາລ ຈຶ່ງຈັບເອົາ ງ້າວ ແລ້ວ ຢ່າງ ຕາມຫຼັງໄປ. ເມື່ອ ຢ່າງບໍ່ທັນ ກໍແລ່ນເອົາ. ດ້ວຍ ພຸທທານຸພາບ ພຣະພຸທອົງຄ໌ ກໍບັນດານ ບໍ່ໃຫ້ ອົງຄຸລີມາລແລ່ນທັນ ພຣະອົງຄ໌ ໄດ້ ເຖິງ ແມ່ນວ່າ ອົງຄຸລີມາລ ຈະແລ່ນໄວ ສຸດຂີດ ປານໃດ ກໍຕາມ ທັ້ງໆ ທີ່ ພຣະອົງຄ໌ ຊົງສະເດັດຢ່າງໄປ ຕາມທັມມະດາ (ບໍ່ແລ່ນ) ແຕ່ ອົງຄຸລີມາລ ກໍບໍ່ສາມາດ ເຂົ້າໃກ້ ພຣະອົງຄ໌ໄດ້. ອົງຄຸລີມາລ ມີ ຄວາມປລາດໃຈ ຈຶ່ງຄຶດ ວ່າ " ເຮົາ ແລ່ນໄວ ທີ່ສຸດ ທັນຊ້າງ ທັນມ້າ ທີ່ແລ່ນໄປ ແລະ ຈັບໄວ້ໄດ້. ຄົນທັງຫຼາຍ ທີ່ ເດີນທາງ ເປັນ ໝູ່5 ໝູ່10 ໝູ່20 ໝູ່30 ໝູ່40 ຍັງບໍ່ແພ້ ເຮົາ, ແຕ່ ເຮົາ ບໍ່ສາມາດ ແລ່ນໄລ່ທັນ ສະມະນະ ຄົນນີ້ ". ອົງຄຸລີມາລ ຈຶ່ງຮ້ອງ ອອກໄປວ່າ " ຢຸດກ່ອນ ສະມະນະ, ຢຸດກ່ອນ ສະມະນະ ". ພຣະພຸທອົງຄ໌ ຊົງຕັສ ຕອບວ່າ " ເຮົາ ຢຸດແລ້ວ ອົງຄຸລີມາລ, ແຕ່ ທ່ານ ຍັງບໍ່ຢຸດເທື່ອ ". ອົງຄຸລີມາລ ໄດ້ຟັງ ດັ່ງນັ້ນ ກໍປລາດ ໃຈ ຈຶ່ງຄຶດວ່າ " ເປັນຫຽັງ ສະມະນະ ຄົນນີ້ ທີ່ ກຳລັງຍ່າງຢູ່ ວ່າ ເຮົາ ຢຸດແລ້ວ, ແຕ່ ເຮົາ ຢຸດຢືນຢູ່ ວ່າ ເຮົາ ບໍ່ຢຸດ. ຕາມທັມມະດາ ສະມະນະສັກກະຍະບຸຕພວກນີ້ ເວົ້າແຕ່ ຄວາມຈິງ ເຮົາ ຈະຖາມ ສະມະນະ ຄົນນີ້ ໃຫ້ຮູ້ ຄວາມໝາຍ ສາກ່ອນ ແລ້ວ ອົງຄຸລີມາລ ກໍຮ້ອງຖາມ ອອກໄປວ່າ: - ຂ້າແຕ່ ທ່ານ ສະມະນະ, ການທີ່ ທ່ານເດີນຢູ່ ແຕ່ ເວົ້າວ່າ ເຮົາຢຸດແລ້ວ, ສ່ວນ ຂ້າພະເຈົ້າ ຢຸດຢູ່ ແຕ່ ທ່ານ ວ່າ ຂ້າພະເຈົ້າ ຍັງບໍ່ຢຸດ. ອັນນີ້ ມີ ຄວາມໝາຍແນວໃດ ? - ດູລາ ອົງຄຸລີມາລ, ເຮົາ ຕະຖາຄົຕ ຢຸດແລ້ວ ໃນ ການທຳຮ້າຍ ຊີວິຕ ຂອງ ສັຕທັງຫຼາຍ ແຕ່ ທ່ານ ຍັງບໍ່ຢຸດ ໃນ ການທຳຮ້າຍ ຊີວິຕ ຂອງ ສັຕທັງຫຼາຍ. ເມື່ອ ໄດ້ຟັງ ດັ່ງນັ້ນ ອົງຄຸລີມາລ ກໍສະດຸ້ງ ທັນທີ. ຫິຣິໂອຕຕັປປະ ກໍບັງເກີດຂຶ້ນ ໃນ ສັນດານ ຈື່ງຮູ້ ເມື່ອຄີງ ວ່າ ຕົນເອງ ໄດ້ທຳ ບາບກັມ ມາມາກຫຼາຍ ແລ້ວ ຈຶ່ງໂຍນ ຫອກແລະງ້າວ ຖິ້ມ ແລ້ວ ຄານ ເຂົ້າໄປ ຂາບນະມັສການ ແທດ ພຣະບາທ ພຣະສັມມາສັມພຸທເຈົ້າ ແລ້ວ ກໍເປັ່ງ ອຸທານ ອອກມາວ່າ " ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ ມັນ ແມ່ນ ໂຊກລາພ ອັນ ມະຫາສານ ຂອງ ຂ້າພຣະບາທ ທີ່ ພຣະອົງຄ໌ ສະເດັດມາໂຜດ ດ້ວຍ ພຣະມະຫາກະຣຸນາທິຄຸນ ອັນລົ້ນເຫຼືອ. ຂໍ ພຣະອົງຄ໌ ເປັນທີ່ເພິ່ງ ຂອງ ຂ້າ ພຣະບາທ ແດ່ທ້ອນ. ຂໍ ພຣະອົງຄ໌ ຈົ່ງອະນຸຍາດ ໃຫ້ ຂ້າພຣະບາທ ໄດ້ອຸປສົມບົທ ໃນ ສຳນັກ ຂອງ ພຣະພຸທອົງຄ໌ ແດ່ທ້ອນ ". ອົງຄຸລີມາລ ທັງເວົ້າທັງໄຫ້ ດ້ວຍຄວາມເສັຽໃຈ ແລະ ດີໃຈ ປົນກັນ. ເສັຽໃຈ ທີ່ ໄດ້ຫຼົງຜິດ ທຳກັມອັນຊົ່ວຊ້າ, ດີໃຈ ທີ່ ພຣະພຸທອົງຄ໌ ຊົງສະເດັດ ມາໂຜດ. ພຣະພຸທອົງຄ໌ ຈຶ່ງຕັສວ່າ " ເອຫິ ພິກຂຸ ອຸປປະສັມປະທາ " ແປວ່າ ເຈົ້າ ຈົ່ງເປັນ ພິກຂຸເຖີດ. ທັນໃດນັ້ນ ຫົວ ຂອງອົງຄຸລີມາລ ກໍ ໂລ້ນເອງ, ເຄື່ອງນຸ່ງ ກໍກັບກາຍເປັນ ເຄື່ອງບໍຣິຂາຣ 8 ທັນທີ ດ້ວຍ ຜົລບຸນ ທີ່ ຕົນເອງ ໄດ້ຖວາຍ ຜ້າ ໄຕຈີວອຣ ເປັນທານ ແຕ່ ຊາຕປາງກ່ອນ. ອົງຄຸລີມາລ ກໍກາຍເປັນ ພຣະພິກຂຸໜຸ່ມ ທັນທີ. ພຣະພຸທົງຄ໌ ກໍສະເດັດກັບຄືນ ພຣະເຊຕວັນ, ອົງຄຸລີມາລ ພິກຂຸ ກໍຢ່າງ ຕາມຫຼັງມາ. ພໍດີ ເຊົ້າມື້ນັ້ນ ພຣະເຈົ້າໂກສົລ ຍົກກອງທັບ ອອກໄປ ເພື່ອ ປາບ ອົງຄຸລີມາລໂຈຣ ໄດ້ຜ່ານມາ ຕາມ ທາງ ທີ່ໄປສູ່ ພຣະເຊຕວັນ, ພຣະເຈົ້າໂກສົລ ກໍຖືໂອກາດ ເຂົ້າໄປ ໃນ ວັດ ເພື່ອ ຂາບນະມັສການ ພຣະ ສັມມາສັມພຸທເຈົ້າ. ເມື່ອ ໄດ້ຖາມເຖິງ ສຸຂໄສຍາສ ແລ້ວ ກໍນັ່ງລົງ ທີ່ສົມຄວນບ່ອນນື່ງ. ພຣະບໍຣົມຄຣູ ກໍຕັສຖາມ ພຣະເຈົ້າໂກສົລວ່າ: - ດູລາ ມະຫາຣາຊ ພຣະອົງຄ໌ ຈະສະເດັດໄປໃສ ແຕ່ ເຊົ້າປານນີ້ ພ້ອມດ້ວຍ ກຳລັງພົລທະຫານ ? ພຣະຣາຊາ ເມືອງອື່ນ ມາຣົບກວນ ສາຍແດນ ຫຼື ວ່າ ເກີດ ການກະບົດຂຶ້ນ ໃນ ແຄວ້ນ ຂອງ ພຣະອົງຄ໌ ບໍ ? - ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ, ບໍ່ແມ່ນວ່າ ມີ ພຣະຣາຊາເມືອງອື່ນ ມາຣົບກວນ ສາຍແດນ ຫຼື ເກີດມີ ການກະບົດ ແຕ່ ປະການໃດ ການທີ່ ຍົກກຳລົງ ໄປນີ້ ແມ່ນ ໄປປາບ ໂຈຣ ອົງຄຸລີມາລ ຜູ້ໂຫດຮ້າຍ ທີ່ ໄດ້ຂ້າຄົນ ເປັນ ອັນມາກ. - ດູລາ ມະຫາຣາຊ, ຖ້າວ່າ ອົງຄຸລີມາລນັ້ນ ກັບເນື້ອກັບຕົວ ສລະເພດ ຄາຣະວາສ ອອກບວດ ເປັນ ພຣະພິກຂຸ ແລ້ວ ພຣະອົງຄ໌ ຈະປະຕິບັຕ ຢ່າງໃດ ຕໍ່ ອົງຄຸລີມາລ ? - ຂ້າແຕ່ ພຣະອົງຄ໌ຜູ້ປະເສີດ, ຂ້າພຣະບາທ ກໍຈະປົກປັກຮັກສາ ບໍ່ໃຫ້ ໄພຍ໌ອັນຕະຣາຍ ອັນໃດ ມາເຖິງ ແລະ ຈະອຸປຖັມ ດ້ວຍ ປັຈຈັຍ 4 ບໍ່ໃຫ້ ຮ້ອນເຄືອງ ອັນໃດ. ແຕ່ ມັນຄົງເປັນໄປໄດ້ຍາກ ທີ່ ອົງຄຸລີມາລ ຈະກັບກາຍມາເປັນ ພຣະພິກຂຸ ໄດ້. - ດູລາ ມະຫາຣາຊ, ພີກຂຸໜຸ່ມ ຮູບນັ້ນແລ ຄື ອົງຄຸລີມາລ. ພ້ອມທັງ ຊີ້ ພຣະຫັຕ ໄປທາງ ອົງຄຸລີມາລ. ພຣະເຈົ້າໂກສົລ ຮູ້ສຶກ ມີ ຄວາມຢ້ານກົວເປັນ ກຳລັງ ຈົນ ຂົນຫົວລຸກ ຍ້ອນຢ້ານ ອົງຄຸລີມາລ. ພຣະສັມມາສັມພຸທເຈົ້າ ຮູ້ດັ່ງນັ້ນ ກໍຕັດຂຶ້ນວ່າ " ດູລາ ມະຫາຣາຊ, ພຣະອົງຄ໌ ຢ່າໄດ້ ຕົກພຣະໄທຍ໌ ໄປເລີຍ. ອົງຄຸລີມາລ ໝົດພະຍົດແລ້ວ ເໝືອນກັບ ງູທີ່ແຂ້ວຫັກແລ້ວ ". ເມື່ອ ໄດ້ຟັງ ດັ່ງນັ້ນ ຄວາມຢ້ານ ຂອງ ພຣະເຈົ້າໂກສົລ ຈຶ່ງເບົາລົງ ເມື່ອ ຕັ້ງໃຈໄດ້ດີແລ້ວ ກໍລຸກຂຶ້ນເດີນໄປຫາ ອົງຄຸລີມາລ ແລ້ວ ຕັສວ່າ: - ຂ້າແຕ່ ພຣະຜູ້ເປັນເຈົ້າ, ໃຜ ເປັນ ພໍ່ແມ່ ຂອງ ທ່ານ ? - ພໍ່ອັຕມາ ຊື່ວ່າ ພະຄະວາ ຄັກຄະ, ແມ່ ຊື່ວ່າ ມັນຕານີ. - ພະຄະວາ ຄັກຄະ ກໍຄື ປຸໂຣຫິຕ ແຫ່ງເຮົາ. ຂໍ ພຣະຜູ້ເປັນເຈົ້າ ຄັກຄະມັນຕານີບຸຕ ຈົ່ງຢູ່ ເປັນສຸກຂ໌ ເຖິດ, ຜູ້ຂ້າ ຈະອຸປຖັມ ດ້ວຍ ປັຈຈັຍ 4 ບໍ່ໃຫ້ ເດືອດຮ້ອນ ອັນໃດ. - ດຸລາ ມະຫາຣາຊເຈົ້າ, ຜ້າອັຕມາ 3 ຜືນ ມີພຽງພໍແລ້ວ. ພຣະພິກຂຸ ອົງຄຸລີມາລ ໄດ້ສະມາທານ ທຸດົງຄະວັດ ຄື ນຸ່ງຜ້າ 3ຜືນ ແລະ ສັນອາຫາຣບິນດະຍາຕ ເປັນກິຈວັດ. ຖັດນັ້ນ ພຣະເຈົ້າໂກສົລ ຈຶ່ງກັບມາ ຂາບນະມັສການ ພຣະພຸທເຈົ້າ ແລ້ວ ກໍເປັ່ງອຸທານ ອອກມາ ວ່າ " ໜ້າອັສຈັນ ທີ່ສຸດ, ໜ້າອັສຈັນ ທີ່ສຸດ ທີ່ ພຣະພຸທອົງຄ໌ ຊົງສາມາດ ຣະງັບ ຄົນທີ່ຣະງັບບໍ່ໄດ້, ສາມາດ ສອນ ຄົນທີ່ສອນບໍ່ໄດ້, ສາມາດບັງຄັບ ຄົນທີ່ບັງຄັບບໍ່ໄດ້ ໂດຍທີ່ບໍ່ໃຊ້ ສາຕຣາ ອາວຸທ ແຕ່ປະການໃດ ". ຫຼັງຈາກ ຍ້ອງຍໍ ສໍຣະເສີນ ຄຸນ ພຣະສັມມາສັມພຸທເຈົ້າ ຕ່າງໆນາໆແລ້ວ ກໍຂາບນະມັສການລາ ພຣະ ສາສດາ ວ່າ: - ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ, ພວກຂ້າພຣະບາທ ເປັນ ຄະຣຶຫັຕ ມີວຽກງານຫຼາຍ ຂໍລາ ພຣະອົງຄ໌ ໄປກ່ອນ. - ດູລາ ມະຫາຣາຊ, ຂໍ ພຣະອົງຄ໌ ຈົ່ງເຮັດ ສິ່ງທີ່ ສົມຄວນເຖີດ. ພຣະພິກຂຸ ອົງຄຸລີມາລ ໄດ້ສະມາທານ ທຸດົງຄະວັດ ຄື ນຸ່ງຜ້າ 3 ຜືນ ແລະ ສັນອາຫາຣບິນດະບາຕ ເປັນ ກິຈວັດ ບໍ່ຍອມສັນ ອາຫາຣ ໃນ ເຮືອນຄົນ ນິມົນ. ເມື່ອ ອອກບິນດະບາຕ ຄົນທັງຫຼາຍ ກໍຈື່ ອົງຄຸລີ ມາລໄດ້. ດ້ວຍ ຄວາມຄຽດແຄ້ນ ໃຫ້ ອົງຄຸລີມາລ ທີ່ໄດ້ຂ້າ ຍາດຕິພີ່ນ້ອງ ຂອງເຂົາ, ຄົນທັງຫຼາຍ ກໍໄດ້ ແບ່ນ ກ້ອນຫີນ ໄມ້ຄ້ອນ ແລະ ຢ່າງອື່ນ ໃສ່ ພຣະອົງຄຸລີມາລ ພາໃຫ້ ຫົວແຕກ ເລືອດອອກ ໄຫຼຕາມຕົວ ກໍກັບຄືນມາ ວັດເຊຕວັນ ດ້ວຍ ບາຕເປົ່າ. ແປວ່າ ອົງຄຸລີມາລພິກຂຸ ມີ ຄວາມລຳບາກ ດ້ວຍ ອາຫາຣ ບິນດະບາຕ. ລາງມື້ ກໍພໍສັນ, ລາງມື້ ບໍ່ພໍສັນ. ພຣະພຸທອົງຄ໌ ກໍຊົງປອບໃຈ ວ່າ ໃຫ້ ອົດທົນ. ແຕ່ ຍ້ອນ ອົງຄຸລີມາລ ໄດ້ສ້າງ ປາຣະມີ ມາຄົບຖ້ວນແລ້ວ, ເມື່ອ ມາປະຕິບັຕ ວິປັສສະນາກັມມັດຖານ ກໍໄດ້ບັນລຸ ເປັນ ອໍຣະຫັນຕ໌. ເຊົ້າມື້ນຶ່ງ ພຣະອົງຄຸລີມາລ ອອກໄປ ບິນດະບາຕ ເຫັນ ແມ່ມານທ້ອງແກ່ ຄົນນຶ່ງ. ຍິງ ຄົນນັ້ນ ເຫັນ ອົງຄຸລີມາລ ກໍເກີດ ຄວາມຢ້ານ ເປັນກຳລັງ ພາໃຫ້ ທ້ອງປັນຂຶ້ນມາ ໂດຍກະທັນຫັນ. ຄວາມເຈັບປວດ ຂອງຍິງນັ້ນ ເຫຼືອປະມານ ຈົນ ໜ້າແຫຼ້ ໜ້າບິດບ້ຽວ ຍ້ອນ ຄວາມເຈັບປວດນັ້ນ. ອົງຄຸລີມາລ ເຫັນແລ້ວ ກໍເກີດມີ ຄວາມເມຕຕາ ຢ່າງລົ້ນເຫຼືອ ຈຶ່ງເດີນທາງ ກັບມາ ພຣະເຊຕວັນ ເລົ່າ ເຫຕການນັ້ນ ຖວາຍ ພຣະພຸທເຈົ້າ. ພຣະພຸທອົງຄ໌ ຊົງຕັສວ່າ " ດູລາ ອົງຄຸລີມາລ, ທ່ານ ຈົ່ງໄປເວົ້າ ຄຳສັຈຈະ ໃຫ້ ຍິງຄົນນັ້ນຟັງ ວ່າ: - ດູລາ ນ້ອງນາງ ຕັ້ງແຕ່ ເຮົາ ເກີດມາ, ເຮົາ ບໍ່ເຄີຍ ທຳຮ້າຍ ສັຕ ທັງຫຼາຍ ດ້ວຍ ເຈຕະນາ ຈັກເທື່ອ. ດ້ວຍ ສັຈຈະວາຈາ ອັນນີ້, ຂໍໃຫ້ເຈົ້າ ແລະ ບຸຕ ຈົ່ງມີ ຄວາມສວັດດີ ດ້ວຍເທີ້ນ. - ຂ້າແຕ່ ພຣະອົງຄ໌ ຜູ້ປະເສີດ, ການທີ່ເວົ້າ ຢ່າງນັ້ນ ແມ່ນ ມຸສາວາຈາ, ເພາະ ຂ້າພຣະບາທ ເຄີຍ ທຳຮ້າຍ ສັຕທັງຫຼາຍ ດ້ວຍເຈຕະນາ. - ຖ້າຢ່າງນັ້ນ ທ່ານ ຈົ່ງເວົ້າວ່າ " ດູລາ ນ້ອງນາງ ນັບແຕ່ ເຮົາ ເກີດມາ ໃນ ຊາຕອະຣິຍະ ເຮົາ ບໍ່ເຄີຍ ແກ້ງຕັດ ຊີພ ຈາກຊີວິຕ ຂອງສັຕທັງຫຼາຍ, ດ້ວຍ ຄຳສັຈ ອັນນີ້ ຂໍ ຄວາມສັວດດີ ຈົ່ງມີ ແກ່ ນ້ອງນາງ ຂໍ ຄວາມສວັດດີ ຈົ່ງມີ ແກ່ ຕັ້ງຄັນພ໌ ຂອງເຈົ້າ ". ຄຳບາລີ ວ່າ " ຍະໂຕຫັງ ພະຄິນິ ອະຣິຍາຍະ ຊາຕິຍາ ຊາໂຕ ນາພິຊານາມິ ສັນຈິຈຈະ ປານັງ ຊີວິຕາ ໂວໂຣເປຕາ ເຕນະ ສັຈເຈນະ ໂສຕຖິ ເຕ ໂຫຕຸ ໂສຕຖິ ຄັພພັສສະ ". ພໍເວົ້າຈົບ 3 ເທື່ອ ແມ່ມານ ຜູ້ນັ້ນ ກໍເກີດລູກ ອອກງ່າຍດາຍ ທີ່ສຸດ ເໝືອນກັບ ໄຄຫີນ ທີ່ ໄຫຼຕົກ ຈາກ ໜ້າຜາ. ຄວາມສຸກຂ໌ສວັດດີ ກໍເກີດມີ ແກ່ ຍິງນັ້ນ ແລະ ບຸຕຂອງລາວ. ເຖົ້າແກ່ ບູຮານ ເອີ້ນວ່າ ຄາຖາ ອົງຄຸລີມາລ. ຖ້າ ເສກໃສ່ ນໍ້າ ແລ້ວໃຫ້ ແມ່ມານ ທີ່ກຳລັງ ຈະອອກລູກ ດື່ມກິນ ແລ້ວ ແມ່ມານ ນັ້ນ ກໍອອກລູກ ງ່າຍ. ດຽວນີ້ ຊາວພຸທເຮົາ ກໍຍັງນໍຍົມ ໃຊ້ ກັນຢູ່. ສຽງຊ່າລື ທີ່ ພຣະອົງຄຸລີມາລ ໄດ້ຊ່ຽ ແມ່ມານ ຄົນນັ້ນ ກໍດັງໄປທົ່ວ ໃນ ຊຸມຊົນ. ຄົນທັງຫຼາຍ ເມື່ອ ໄດ້ ຟັງ ດັ່ງນັ້ນ ກໍມີໃຈ ອ່ອນຕໍ່ ອົງຄຸລີມາລ ຫາຍຈາກ ຈິຕທີ່ເປັນ ພະຍາບາທ. ແຕ່ນັ້ນມາ ພຣະອົງຄຸລີມາລ ກໍບໍຣິບູນ ໄປດ້ວຍ ອາຫາຣບິນດະບາຕ ບໍ່ຂັດສົນ ເໝື່ອນດັ່ງແຕ່ກ່ອນ. ທັມມັດຖາທິບາຍ: ພຣະອົງຄຸລີມາລ ເວົ້າວ່າ " ນັບແຕ່ ເຮົາ ເກີດມາ ໃນ ຊາຕອະຣິຍະ...." ໝາຍຄວາມ ວ່າ " ນັບແຕ່ ເຮົາ ໄດ້ອຸປສົມບົທ ເປັນ ພຣະພິກຂຸ ມານີ້....." ການບວດນັ້ນ ຄົນລາວບູຮານ ຖືວ່າ ແມ່ນ ການເກີດ ໃນ ຊາຕທີ່ປະເສິດ. ພຣະພຸທອົງຄ໌ ເອີ້ນ ສາວົກຂອງພຣະອົງຄ໌ ໂດຍສະເພາະ ພຣະອໍຣະຫັນຕ໌ ວ່າ " ບຸຕຕະຖາຄົຕ". ໄທບ້ານທົ່ວໆໄປ ເອີ້ນ ພຣະສົງຄ໌ວ່າ " ສັກກະຍະບຸຕ" ແປວ່າ ລູກຂອງເຊື້ອຊາຕ ສັກກະຍະ. ເຊື້ອຊາຕ ຂອງ ພຣະສັມມາສັມພຸທເຈົ້ານັ້ນ ແມ່ນ ເຊື້ອຊາຕສັກກະຍະ ແຕ່ ເຊື້ອໂຄຕ ແມ່ນ ໂຄຕະມະ. ຜູ້ທີ່ສແວງຮຽນ ທັມມະ ຄວນທຳຄວາມເຂົ້າໃຈ ຄຳຕັສ ຂອງ ພຣະພຸທເຈົ້າ. ພຣະພຸທອົງຄ໌ ມີ ຈຸດປະສົງ ຢາກໃຫ້ ຄົນທັງຫຼາຍ ຮັກແພງ ເຊື້ອຊາຕຕົນເອງ. ແມ່ນແຕ່ ພຣະພຸທອົງຄ໌ ກໍຊົງຍົກຍ້ອງ ເຊື້ອຊາຕ ຂອງ ພຣະອົງຄ໌. ການທີ່ຄົນນຶ່ງ ເຂົ້າຫາ ທັມມະ ແຕ່ ບໍ່ສົນໃຈ ເຣື່ອງເຊື້ອຊາຕ ຂອງຕົນນັ້ນ ບໍ່ແມ່ນ ຄົນ ຮູ້ຈັກ ທັມມະ ແລະ ປະຕິບັຕ ທັມມະ ແທ້. ເຖິງຮູ້ ກໍຮູ້ຜີວເຜີນ ບໍ່ເລິກເຊຶ້ງ ໜັກແໜ້ນ. ພວກເຮົາ ຄວນ ທຳຄວາມເຂົ້າໃຈ ກ່ຽວກັບ ເຣື່ອງຊາຕ. ຊາຕນັ້ນ ແມ່ນ ອັນໃດ. ຊາຕນັ້ນ ປະກອບ ດ້ວຍ 6 ຢ່າງ ດ້ວຍ ກັນ ຄື : ປະເທສຊາຕ, ປະຊາຊົນ, ຮີດຄອງ, ປະເພນີ, ວັທນະທັມ ແລະ ພາສາ. ຄົນລາວເຮົາ ທີ່ ໜີ ບ້ານເກີດເມືອງນອນ ມາຢູ່ ອະເມຣິການີ້ ແມ່ນເອົາ ຊາຕ ມານຳ ຕົນເອງໝົດທຸກຄົນ. ສິ່ງທີ່ ເຮົາ ເອົາ ມານຳບໍ່ໄດ້ ກໍແມ່ນ ປະເທສຊາຕ ຢ່າງດຽວ ທໍ່ນັ້ນ. ເຫຼືອນັ້ນ ແມ່ນ ເອົາມານຳໝົດ. ຄົນລາວ ຄົນໃດ ທີ່ ບໍ່ຮັກແພງ ຄົນລາວດ້ວຍກັນ, ບໍ່ມັກ ຮີດຄອງຂອງລາວ, ບໍ່ມັກ ປະເພນີຂອງລາວ, ບໍ່ມັກ ວັທນະ- ທັມລາວ, ບໍ່ມັກເວົ້າ ພາສາລາວ ຂອງຕົນເອງ ບໍ່ແມ່ນ ຄົນຮັກຊາຕ ແຕ່ ແມ່ນ ຄົນ ລືມຊາຕ ຕົນເອງ. ຈົບ. |