ທັມທັງຫຼາຍ ມີ ເຫຕເປັນ ບ່ອນເກີດ
10/11/2005

ເມືອງຣາຊຄືຫ໌ ເປັນເມືອງ ທີ່ ອຸດົມສົມບູນ ດ້ວຍຜູ້ຄົນ ແລະ ເຂົ້າປາອາຫາຣ. ເປັນ ເມືອງ ທີ່ລືຊື່ ໃນ ດ້ານປຣັຊ- ຍາ ມີ ຄຣູອາຈາຣຍ໌ ສອນ ສາສນາຕ່າງໆ ຕັ້ງ ສຳນັກ ຂອງຕົນເອງ ຂຶ້ນ ມີ ອາຈາຣຍ໌ສົນໄຊຍ໌ ເວລັຖບຸຕ ເປັນຕົ້ນ. ເປັນ ເມືອງແຮກ ທີ່ ພຣະພຸທສານາ ໄດ້ຕັ້ງ ຮາກຖານ ອັນໝັ້ນແກ່ນໄວ້ ແລະ ເປັນ ເມືອງແຮກ ທີ່ ມີວັດ ຄື ສວນປ່າໄມ້ໄຜ່ ຂອງ ພຣະເຈົ້າເສນີຍ໌ ພິມພິສາຣ ຖວາຍໃຫ້ ພຣະສັມມາສັມພຸທເຈົ້າ ເປັນ ວັດເວລຸວັນ.
   ກ່ອນການອຸບັຕຂຶ້ນ ຂອງ ພຣະສັມມາສັມພຸທເຈົ້າ, ໄດ້ມີ 2 ສະຫາຍ ຄື ອຸປຕິສສະມານົບ ແລະ ໂຄລີຕະມານົບ. ຄອບຄົວ ຂອງ 2ສະຫາຍນີ້ ເຄີຍເປັນ ມິຕສະຫາຍກັນ ມາໄດ້ 7 ຊົ່ວຕະກຸນ. ມື້ນຶ່ງ 2ສະຫາຍ ພາກັນໄປເບິ່ງ ເຂົາ ຫຼິ້ນ ມະໂຫຣະສົບ. ຮອດ ຕອນໄຫ້ ກໍໄຫ້ ນຳເຂົາ, ຮອດ ຕອນຫົວ ກໍຫົວນຳເຂົາ, ຮອດ ຕອນໂສກ ກໍໂສກນຳເຂົາ. ເບິ່ງ ໄດ້ 2 ມື້, ມື້ທີ່3 ຮອດຕອນຫົວ ບໍ່ຫົວ, ຮອດ ຕອນໄຫ້ ບໍ່ໄຫ້, ຮອດ ຕອນໂສກ ບໍ່ໂສກນຳເຂົາ. ໂຄລີຕະມານົບ ເລີຍຖາມ ສະຫາຍ ອຸປຕິສສະ ວ່າ " ມື້ນີ້ ບໍ່ເຫັນ ສະຫາຍ ມີ ຄວາມມ່ວນຊື່ນ ຄື ມື້ຜ່ານມາ. ສະຫາຍມີ ຂໍ້ຂ້ອງໃຈ ອັນໃດ ບໍ ?" ອຸປະຕິສສະ ຕອບວ່າ" ສະຫາຍຮັກ ເຮົາ ຄຶດວ່າ ການເບິ່ງ ລະຄອນນີ້ ບໍ່ມີ ປໂຍຊອັນໃດ ບໍ່ທໍ່ ໄປຊອກຫາ ຮຽນ ທັມມະ ນຳ ອາຈາຣຍ໌ ຜູ້ແຕກສານທັມມະ ຈະດີກວ່າ". ໂຄລີຕະ ກໍເວົ້າຂຶ້ນວ່າ " ແມ່ນແລ້ວ ສະຫາຍ ເຮົາ ກໍຄຶດຄືກັນ. ຖ້າ ຢ່າງນັ້ນ ພວກເຮົາ ຈົ່ງອອກເດີນທາງ ມື້ນີ້ໂລດ". 2ສະຫາຍ ກໍທ່ຽວຊອກຫາ ຄຣູອາຈາຣຍ໌ ຜູ້ແຕກສານທັມມະ. ອອກຈາກ ເມືອງຣາຊຄືຫ໌ ກໍໄປ ເມືອງໃໝ່ ຕໍ່ໆໄປ ກໍບໍ່ພົບ ອາຈາຣຍ໌ ຜູ້ແຕກສານທັມມະ ຈັກຄົນ. 2 ສະຫາຍ ຈຶ່ງກັບຄືນມາ ເມືອງຣາຊຄຶຫ໌ ແລະ ໄດ້ ມອບຕົວ ເປັນສິຕ ອາຈາຣຍ໌ສົນໄຊຍ໌ ເວລັຖບຸຕ. ແຕ່ ພໍເມື່ອ ໄດ້ຮຽນ ທິສດີ ຄຳສອນ ຂອງ ອາຈາຣຍ໌ສົນໄຊຍ໌ ແລ້ວ ກໍບໍ່ເປັນ ທີ່ພໍໃຈ. 2ສະຫາຍ ຈຶ່ງແຍກກັນ ທ່ຽວຊອກຫາ ຜູ້ມີທັມວິເສດ ແຕ່ ນັດກັນໄວ້ວ່າ " ຖ້າ ໃຜ ໄດ້ພົບ ທັມມະ ອັນວິເສດ ກ່ອນ ກໍຈົ່ງກັບຄືນມາ ເວົ້າສູ່ກັນຟັງ ກ່ອນຈະເຮັດ ແນວອື່ນຕໍ່ໄປ".
   ຫຼັງຈາກ ທີ່ ພຣະສັມມາສັມພຸທເຈົ້າ ຕັສຮູ້ໄດ້ 2ເດືອນ, ພຣະພຸທອົງຄ໌ ຈຶ່ງໄດ້ ເທສນາ ພຣະທັມມະຈັກກັປປະວັຕຕະ- ນະສູຕ ທີ່ ປ່າອິສິປັຕຕະນາມິຄະທາຍະວັນ ເພື່ອ ໂຜດ ປັນຈະວັຄຄີ ຄື ອັນຍາໂກນດັນຍະ ພັດທິຍະ ວັປປະ ມະຫານາມະ ແລະ ອັຊຊະສິ. ພໍຈົບ ພຣະທັມມະຈັກຣ໌ ນັກບວດອັນຍາໂກນດັນຍະ ກໍໄດ້ ດວງຕາເຫັນທັມ ຄື ໄດ້ສຳເຣັດ ພຣະໂສດາບັນ ເປັນ ພຣະອະຣິຍະສົງຄ໌ ອົງຄ໌ແຮກ ໃນ ພຣະພຸທສາສນາ. ໃນ ມື້ເອງ ທີ່ ພຣະພຸທສາສນາ ຄົບ ພຣະໄຕຣັຕຕະນະ ຄື ພຣະ- ພຸທຣັຕຕະນະ ພຣະທັມມະຣັຕຕະນະ ແລະ ພຣະສັງຄະຣັຕຕະນະ. ຕໍ່ມາ ພຣະພຸທອົງຄ໌ ໄດ້ເທສນາ ອະນັຕຕາລັກຂນະສູຕ ພໍຈົບລົງ ພວກປັນຈະວັຄຄີ ກໍໄດ້ບັນລຸ ພຣະອະຣະຫັຕຕະຜົລ ໝົດທຸກອົງຄ໌.
   ເຊົ້າມື້ນຶ່ງ ພຣະອໍຣະຫັນຕ໌ອັຊຊະສິ ກຳລັງທ່ຽວບິນດະບາຕ ໃນ ເມືອງຣາຊຄຶຫ໌, ອຸປຕິສສະມານົບ ໄດ້ມາພົບເຫັນ ກໍສະດຸດໃຈ ໃນ ວັນນະ ອັນຜ່ອງໃສ, ອິຣິຍາບົທ ອັນສງຽມຄ່ຽມຄົມ, ອິນທະຣີຍ໌ ອັນສງົບ ຂອງ ພຣະອໍຣະຫັນຕ໌ ແລ້ວ ເກີດ ຄວາມເຫຼື້ອໃສ ສັທທາ ຈຶ່ງຄຶດ ໃຈໃນ ວ່າ " ໄດ້ຍິນວ່າ ໃນ ໂລກນີ້ ມີ ພຣະອໍຣະຫັນຕ໌. ຖ້າ ພຣະອໍຣະຫັນຕ໌ ມີຈິງແທ້ ກໍຕ້ອງແມ່ນ ບຸກຄົລ ທີ່ມີ ກິຣິຍາອາກາຣ ຢ່າງນີ້. ເຮົາ ຕ້ອງຖາມ ນັກບວດ ທ່ານນີ້ ໃຫ້ໄດ້ ເນື້ອຄວາມ ແຕ່ ຍາມນີ້ ບໍ່ ເໝາະສົມ ຄຽຖ້າ ເວລາອັນເໝາະສົມແລ້ວ ເຮົາ ຈະຖາມ ຂໍ້ຂ້ອງໃຈຂອງເຮົາ". ອຸປຕິສສະມານົບ ກໍຢ່າງຕິດຕາມ ພຣະ ອໍຣະຫັນຕ໌ ອັຊຊະສິ ໄປ. ເມື່ອ ພຣະອັຊຊະສິ ໄດ້ ອາຫາຣພໍ ແລ້ວ ກໍເດີນ ອອກນອກ ເມືອງ ຊອກຫາ ບ່ອນສົມຄວນ ເພື່ອ ສັນອາຫາຣ. ອຸປຕິສສະ ເຫັນດັ່ງນັ້ນ ກໍປູ ຜ້າຂອງຕົນລົງ ພື້ນດິນ ແລ້ວ ເຊິນ ພຣະອັຊຊະສິ ໃຫ້ນັ່ງສັນ ຕາມສະບາຍ. ເມື່ອ ສັນອາຫາຣແລ້ວ ອຸປຕິສສະ ກໍໄດ້ ໂອກາດ ຖາມ ພຣະອັຊຊະສິ ວ່າ " ຂ້າແຕ່ ທ່ານຜູ້ຈະເຣີນ, ວັນນະ ຂອງ ທ່ານ ຜ່ອງໃສ, ກິຣິຍາ ສງຽມຄ່ຽມຄົມ, ອິນທະຣີຍ໌ ສງົບ, ທ່ານ ໄດ້ຮຽນ ທັມມະອັນໃດ, ໃຜ ເປັນ ຄຣູອາຈາຣຍ໌ ຂອງ ທ່ານ ?" ພຣະອັຊຊະສິ ຕອບວ່າ " ອັຕຕະມາ ເປັນ ພຣະບວດໃໝ່ ບໍ່ສາມາດເວົ້າ ທັມມະ ໃຫ້ຟັງ ໂດຍລະອຽດ ໄດ້". ອຸປຕິສສະ ເວົ້າວ່າ " ຂໍ ທ່ານ ຜູ້ຈະເຣີນ ເວົ້າແຕ່ ທີ່ເປັນ ໃຈຄວາມຫຽໍ້ໆ. ຂນ້ຽ ຈະທຳ ຄວາມເຂົ້າໃຈ ເອົາເອງ". ພຣະອັຊຊະສິ ຈຶ່ງຫຽໍ້ ພຣະທັມມະ ຂອງ ພຣະພຸທເຈົ້າ ວ່າ " ເຍ ທັມມາ ເຫຕຸບັພພະວາ ຍະຖາ ເຕສັງເຫຕຸງ ຕະຖາຄະເຕ ເຍສັນຈະໂຍ ນິໂຣໂທ ຈະ ເອວັງ ວາທີ ມະຫາສະມະໂນ " ແປວ່າ "ທັມທັງຫຼາຍ ມີ ເຫຕ ເປັນ ບ່ອນເກີດ. ພຣະຕະຖາຄົຕ ໄດ້ອະທິບາຍ ເຫຕຂອງມັນ. ຖ້າ ຈະດັບ (ທັມພວກນັ້ນ) ກໍຕ້ອງດັບ ເຫຕພຸ້ນ ອັນນີ້ແລ ຄື ຄຳສອນ ພຣະສະມະນະ ຜູ້ຍິ່ງໃຫຽ່". ອຸປຕິສ- ສະ ໄດ້ຟັງ ທໍ່ນີ້ ກໍເກີດ ດວງຕາເຫັນທັມ ວ່າ ສິ່ງໃດ ທີ່ ເກີດຂຶ້ນ ເປັນ ທັມມະດາ ແລ້ວ ຍ່ອມ ດັບໄປ ເປັນ ທັມະດາ, ກາຍ ເປັນ ພຣະໂສດາບັນ ຈຶ່ງຖາມ ພຣະອັຊຊະສິ ວ່າ " ດຽວນີ້ ພຣະສັມມາສັມພຸທເຈົ້າ ປະທັບ ຢູ່ ບ່ອນໃດ ?" ພຣະອັຊຊະສິ ຕອບວ່າ " ພຣະພຸທອົງຄ໌ ຊົງປະທັບຢຸ່ ວັດປ່າ ເວລຸວັນ ". ອຸປຕິສສະ ກໍເວົ້າວ່າ " ຖ້າຢ່າງນັ້ນ ຂໍເຊີນ ທ່ານ ລ່ວງໜ້າໄປ ກ່ອນ, ຂນ້ຽ ຈະໄປບອກ ສະຫາຍຮັກ ແລ້ວ ຈະໄປ ຕາມຫຼັງ". ອຸປຕິສສະ ກັບມາຫາ ສະຫາຍຮັກ ເວົ້າເຣື່ອງ ທີ່ ໄດ້ພົບ ພຣະອັຊຊະສິ ໃຫ້ ສະຫາຍ ຟັງ. ໂຄລີຕະ ມານົບ ເຫັນແລ້ວ ກໍເວົ້າວ່າ " ສະຫາຍ, ຜິວພັນ ຂອງ ທ່ານ ຜ່ອງໃສ ຜິດ ປົກກະຕິ. ສະຫາຍ ໄດ້ພົບ ທັມວິເສດ ບໍ ? " ອຸປະຕິສສະ ຕອບວ່າ " ແມ່ນແລ້ວ ສະຫາຍ ເຮົາ ໄດ້ພົບ ທັມວິເສດ ແລ້ວ ສະຫາຍ ຈົ່ງຕັ້ງໃຈ ຟັງເຖີດ ". ອຸປຕິສສະ ກໍເທສນາ ຕາມ ຄຳເວົ້າ ຂອງ ພຣະອັຊຊະສິ. ພໍເວົ້າສຸດ ໂຄລີຕະມານົບ ກໍໄດ້ ດວງຕາເຫັນທັມ ຄືກັນ ໄດ້ສຳເຣັດເປັນ ພຣະໂສດາບັນ ຄືກັນ. 2 ສະຫາຍ ກໍພາກັນໄປລາ ອາຈາຣຍ໌ສົນໄຊຍ໌ ແລະ ຕາງ ຊັກຊວນ ໃຫ້ໄປເຝົ້າ ພຣະພຸທເຈົ້າ ນຳກັນ. ແຕ່ ອາຈາຍ໌ຣສົນໄຊຍ໌ ປະຕິເສດ ຍ້ອນຄຶດວ່າ ເຮົາເອງ ເປັນເຈົ້າໝູ່ເຈົ້າຄນະ ຈະກັບໄປເປັນ ລູດສິຕ ຍ່ອມຈະເສັຽ ລາພສັກກາຣະ. ເມື່ອ 2 ສະຫາຍ ອ້ອນວອນ ຫຼາຍເທື່ອ ອາຈາຣສົນໄຊຍ໌ ຈຶ່ງເວົ້າ ຂຶ້ນ ວ່າ " ຄົນ ໃນໂລກນີ້ ຄົນໂງ່ ແລະ ຄົນສລາດ. ພວກໃດ ມີ ຫຼາຍກວ່າກັນ ?" ອຸປຕິສສະມານົບ ຕອບວ່າ " ຄົນໂງ່ ມີ ຫຼາຍ, ຄົນສລາດ ມີ ໜ້ຽດຽວ ". ອາຈາຣສົນໄຊຍ໌ ຈຶ່ງເວົ້າ ຕໍ່ໄປວ່າ " ພວກໃດສລາດ ກໍຈົ່ງໄປຫາ ພຣະພຸທເຈົ້າ. ສ່ວນ ຄົນໂງ່ ຈົ່ງມາຫາ ເຮົາ ". ເມື່ອ ບໍ່ສາມາດ ເຮັດໃຫ້ ອາຈາຣສົນໄຊຍ໌ ປ່ຽນໃຈ ໄດ້ແລ້ວ 2ສະຫາຍ ກໍພາກັນ ລາ ແລ້ວ ອອກເດີນທາງ ໄປ ວັດປ່າເວລຸວັນ ເພື່ອ ເຂົ້າເຝົ້າ ພຣະພຸທເຈົ້າ. ໃນ ເວາລານັ້ນ ພຣະສັມມາສັມພຸທເຈົ້າ ກຳລັງປະທັບຢູ່ ກາງ ລະຫວ່າງ ສົງຄ໌ທັງຫຼາຍ. ພໍແຕ່ ທອດພຣະເນຕ ເຫັນ 2ສະຫາຍ ເດີນມາແຕ່ໄກ ຈຶ່ງຕັສ ກັບ ພຣະສົງຄ໌ ວ່າ " ດູລາ ສົງຄ໌ ຜູ້ຊົງ ວິສຸດທິສິລ. 2 ສະຫາຍ ທີ່ ກຳລັງເດີນມານັ້ນ ຈະເປັນ ອັຄຄະສາວົກ ຊ້າຍ/ຂວາ ຂອງ ເຮົາ ຕະຖາຄົຕ". ເມື່ອ ມາຮອດແລ້ວ 2ສະຫາຍ ກໍເຂົ້າໄປ ຂາບນະມັສການ ແທບ ພຣະບາທອົງຄ໌ສົມເດັດ ພຣະສັມມາສັມພຸທເຈົ້າ ແລ້ວ ຂໍບວດເປັນ ພຣະພິກຂຸ ໃນ ພຣະພຸທາສານາ. ພຣະສັມມາສັມພຸທເຈົ້າ ຈຶ່ງຕັສຂຶ້ນວ່າ " ເອຫິ ພິກຂຸ ອຸປະສັມປະທາ " ແປ ວ່າ ທ່ານ
ຈົ່ງເປັນ ພິກຂຸເຖີດ". ທັນໃດນັ້ນ ເຄື່ອງບໍຣິຂາຣ 8 ກໍປະກົດຂຶ້ທັນທີ. ຫົວ ທີ່ເຄີຍມີ ຜົມ ກໍໂລ້ນ ເອງ. ເຄື່ອງນຸ່ງ ກໍ ປ່ຽນເປັນຜ້າເຫຼືອງ. ນັກປຣາຊອາຈາຣຜູ້ແຕກສານ ເວົ້າວ່າ ເຄື່ອງບໍຣິຂາຣ ທີ່ ປະກົດຂຶ້ນເອງນັ້ນ ແມ່ນ ຜົລທານ ຂອງ ອຸປຕິສສະ ແລະ ໂຄລີຕະ ໃນຊາຕກ່ອນໆພຸ້ນ. ບຸຣຸສໃດ ບໍ່ໄດ້ ທານ ຜ້າໄຕຈີວອຣ ໃຫ້ ພຣະສົງຄ໌ ຈະບໍ່ມີ ໂອກາດ ໄດ້ ບວດເປັນ ພຣະພິກຂຸ. ຕົວເຣື່ອງ ຕົວຢ່າງ ຄື ພາຫິຍະ ໄດ້ຟັງ ທັມມະອັນສັ້ນໆ ຈາກ ພຣະໂອດ ພຣະສັມມາສັມພຸທເຈົ້າ ແລ້ວ ກໍໄດ້ ບັນລຸ ເປັນ ພຣະອໍຣະຫັນ ຈຶ່ງ ຂໍບວດ ເປັນ ພຣະພິກຂຸ. ແຕ່ ພາຫິຍະ ບໍ່ເຄີຍ ໃຫ້ ຜ້າໄຕຈີວອຣ ເປັນທານ ຈັກເທ່ືອ ພຣະພທຸເຈົ້າ ຈຶ່ງ ບໍ່ໄດ້ຕັສ ຄຳວ່າ " ເອຫິ ພິກຂຸ ອຸປະສັມປະທາ " ແຕ່ ຕັສບອກ ພະຫິຍະ ວ່າ " ໃຫ້ ທ່ານ ໄປ ຊອກ ຜ້າໄຕຈີວອຣ ມາ, ເຮົາ ຈະ ອຸປະສົມບົທໃຫ້". ພາຫິຍະ ກໍທ່ຽວຊອກ ຜ້າໄຕຈີວອຣ. ຍ້ອນ ພາຫິຍະ ບໍ່ໄດ້ໃຫ້ທານ ຜ້າໄຕຈີວອຣ ຈຶ່ງຊອກ ຜ້າບໍ່ໄດ້. ຮອດ ມື້ທີ່ 7, ພາຫິຍະ ກໍຖືກ ງົວແມ່ລູກອ່ອນ ຊົນຕາຍ. ສະນັ້ນ ຂໍໃຫ້ ພໍ່ແມ່ ພີ່ນ້ອງ ຈົ່ງຍິນດີ ໃຫ້
ຜ້າໄຕຈີວອຣ ເປັນທານ ເຖີດ ຈະເປັນ ມົງຄຸນ ໃນ ຊາຕນີ້ ແລະ ຊາຕໜ້າ ຕລອດໄປ.
   ເມື່ອ ໄດ້ ເປັນ ພຣະພິກຂຸ ອຸປຕິສສະ ໄດ້ຊື່ໃໝ່ ວ່າ ພຣະສາຣີບຸຕ, ສ່ວນ ໂຄລີຕະ ກໍໄດ້ ຊື່ໃໝ່ ຄືກັນວ່າ ພຣະມະຫາ
ໂມຄຄັນລາ. ພຣະມະຫາໂມຄຄັນລາ ປະຕິບັຕ ທັມ 1 ອາທິຕ ກໍໄດ້ສຳເຣັດ ພຣະອະຣະຫັຕຜົລ. ພຣະສາຣີບຸຕ ໃຊ້ ເວລາ 2 ອາທິຕ ຈຶ່ງ
ສຳເຣັດ ພຣະອະຣະຫັຕຜົລ.
   ຂໍ້ທັມມະ ສຳຄັນ ທີ່ ຄວນເອົາມາ ພິຈາຣະນາ ໃຫ້ເກີດ ປັນຍາ ເປັນ ຈິນຕາມະຍະປັນຍາ ຄື " ເຍ ທັມມາ......". ທັມທັງຫຼາຍ ມີ ເຫຕ ເປັນ ປັຈຈັຍ ໃຫ້ເກີດ.... ທັມມະ ຢູ່ ບ່ອນນີ້ ແປວ່າ ຄວາມຈິງ ທົ່ວໆໄປ. ທັມມະ ມີ ຄວາມໝາຍ 3 ຢ່າງ ໃຫຽ່ໆ ຄື : 1.ຄວາມຈິງທົ່ວໄປ. 2. ຄວາມຈິງທີ່ເປັນຝ່າຍກຸກົລ ຄື ຄຳວ່າ " ທັມໂມຫະເວ ລັກຂະຕິ ທັມມະຈາຣີ " ແປວ່າ ທັມ ຍ່ອມຮັກສາ ຜູ້ປະຕິບັຕທັມ". ເວົ້າສະເພາະ ແມ່ນ 3. ຄຳສອນ ຂອງ ພຣະສັມມາສັມພຸທເຈົ້າ ຄື ຄຳວ່າ" ພຣະທັມວິນັຍ ".
   ຄວາມຈິງ ທີ່ ເກີດຂຶ້ນ ແກ່ເຮົາເອງ ແກ່ຄົນອື່ນ ຫລື ຄວາມຈິງ ຂອງ ທັມມະຊາຕ ທີ່ ເກີດຂຶ້ນ ເຊິ່ງ ເຮົາ ສຳຜັສ ໄດ້ ດ້ວຍ ປະສາທທັງຫຼາຍ ມີ ຈັກຂຸປະສາທ ເປັນຕົ້ນ ຫຼື ຄວາມຈິງອື່ນ ທີ່ ເຮົາ ບໍ່ສາມາດ ສຳຜັສ ໄດ້ ແມ່ນ ມີ ເຫຕ ເປັນ ປັຈຈັຍ ໃຫ້ເກີດຂຶ້ນ ທັງນັ້ນ. ເຊັ່ນ ຕົວຢ່າງ ຝົນຕົກ. ປັຈຈັຍ ໃຫ້ຝົນຕົກ ຄື ເມກ (ເຝື້ອ ທີ່ມີຄວາມຊຸ່ມ) ກະທົບ ອາກາສເຢັນ ພໍຄວນ ລະອອງນໍ້າ ໃນ ເມກ ຮວມຕົວກັນ ເປັນ ເມັດໃຫຽ່ ໄດ້ ນໍ້າໜັກແລ້ວ ກໍຕົກລົງມາ. ຖ້າ ອາກາສເຢັນ ເກີນໄປ ລະ- ອອງນໍ້າ ກໍກາຍເປັນ ຫິມະ ໄປ. ຍາມ ຟ້າແຈ້ງ ຈ່າງປ່າງ ບຸຣຸສນຶ່ງ ຢາກໄດ້ ນໍ້າຝົນ ແລ້ວ ກໍຮ້ອງ ຂຶ້ນວ່າ" ຂໍ ເທວະດາ ເຮັດ ຝົນ ຕົກລົງມາ ແດ່ ທ້ອນ " ຊາຍຄົນນັ້ນ ຈະຮ້ອງ ຈົນ ເຈັບຄໍ ຝົນ ກໍບໍ່ຕົກລົງມາ ເພາະ ປັຈຈັຍ ຈະໃຫ້ ຝົນຕົກ ບໍ່ມີ. ເມື່ອ ໃດ ເມກ ກະທົບ ອາກາສເຢັນ ແລ້ວ ຊາຍຄົນນັ້ນ ບໍ່ຕ້ອງເວົ້າ ຫຽັງ ຝົກ ກໍຕົກລົງມາ ເອງ. ອັນນີ້ ຄື ຕົວຢ່າງງ່າຍໆ ທີ່ ພວກເຮົາ ຮູ້ ໂດຍ ບໍຕ້ອງໃຊ້ ປັນຍາອັນເລິກແລບ ແຕ່ຢ່າງໃດ. ເພາະ ອັນນີ້ ແມ່ນ ປະກົດການ ຂອງ ທັມມະຊາຕ ທີ່ ເປັນ ວັດຖຸ ເຊິ່ງເຮົາ ຮູ້ໄດ້ ດ້ວຍ ປະສາທທັງ5. ແຕ່ ຄວາມຈິງ ທີ່ເປັນ ນາມທັມ ຕ້ອງໃຊ້ ປັນຍາ ຈຶ່ງຈະ ຮູ້ໄດ້. ຄວາມ- ສຸກຂ໌ ຫຼື ຄວາມທຸກຂ໌ ທີ່ ເຮົາ ໄດ້ຮັບ ຫຼື ຄົນອື່ນ ໄດ້ຮັບ ແມ່ນ ມີ ເຫຕປັຈຈັຍ ໃຫ້ເກີດ ທັງນັ້ນ. ເຊັ່ນ ຕົວຢ່າງ ຄອບຄົວນຶ່ງ ມີ ຊີວິຕ ຢູ່ ດ້ວຍ ຄວາມສຸກຂ໌ ກໍຍ້ອນ ຜົວເມັຽ ປະຕິບັຕທັມ ອັນເປັນ ໜ້າທີ່ ຕໍ່ກັນ. ຜົວ ປະຕິບັຕ ໜ້າທີ່ຜົວ. ເມັຽ ປະຕິບັຕ ໜ້າທີ່ເມັຽ. ລຸກ ປະຕິບັຕ ໜ້າທີ່ລູກ. ຄອບຄົວນັ້ນ ຈຶ່ງມີ ແຕ່ ຄວາມສຸກຂ໌. ຄວາມສຸກຂ໌ ຂອງ ຄອບຄົວນັ້ນ ບໍ່ເກີດຂຶ້ນເອງ. ການທີ່ ຄອບຄົວນຶ່ງ ທີ່ມີແຕ່ ຄວາມທຸກຂ໌, ບ້ານແຕກ ສແລກ ຂາດ, ບໍ່ແມ່ນ ເຣື່ອງ ແປກປລາດ ແຕ່ ຢ່າງໃດ. ຍ້ອນ ຄອບຄົວນັ້ນ ບໍ່ໄດ້ປະຕິບັຕ ເຫຕປັຈຈັຍ ໃຫ້ ເກີດ ຄວາມສຸກຂ໌ ພາຍໃນ ຄອບຄົວ. ຄອບຄົວນັ້ນ ຈຶ່ງບໍ່ມີ ຄວາມສຸກຂ໌. ພຣະສັມມາສັມພຸທເຈົ້າ ໄດ້ຕັສເທສນາ ກ່ຽວກັບ ທັມມະ ທີ່ເປັນ ຂໍ້ປະຕິບັຕ ໄທບ້ານ ຢູ່ ສິງຄາລະສູຕ. ມີ ໂອກາດ ຜູ້ຂ້າ ຈະເອົາມາຂຽນໃຫ້ ສະມາຊິກ ໄດ້ອ່ານ. ຄວາມທຸກຂ໌ ຄວາມລຳບາກ ທີ່ ເກີດຂຶ້ນ ແກ່ ເຮົາ ນັ້ນ ມີ ເຫຕ ປັຈຈັຍ ຂອງ ມັນ. ແມ່ນແຕ່ ເຮົາ ເກີດມານີ້ ກໍມີ ເຫຕປັຈຈັຍຂອງມັນ. ພຣະສັມມາສັມພຸທເຈົ້າ ໄດ້ຕັສເທສນາ ກ່ຽວກັບ ການວຽນ- ຕາຍ ວຽນເກີດ ຂອງ ສັຕທັງຫຼາຍ ໃນ ປະຕິຈຈະສະມຸປບາທ ວ່າ " ອະວິຊຊາ ປັຈຈັຍບາ ສັງຂາຣາ, ສັງຂາຣາ ປັຈຈັຍ- ຍາ ວິນຍານັງ, ວິນຍານັງ ປັຈຈັຍຍາ ນາມະຣູປັງ, ນາມະຣູປັງ ປັຈຈັຍຍາ ສະລາຍະຕະນະ, ສະລາຍະຕະນະ ປັຈຈັຍຍາ ຜັສສະ, ຜັສສະ ປັຈຈັຍຍາ ເວທະນາ, ເວທະນາ ປັຈຈັຍຍາ ຕັນຫາ, ຕັນຫາ ປັຈຈັຍຍາ ອຸປາທານະ, ອຸປາທານະ ປັຈ- ຈັຍຍາ ພະວະ, ພະວະ ປັຈຈັຍຍາ ຊາຕິ, ຊາຕິ ປັຈຈັຍຍາ ຊະຣາ ມະຣະນະ ໂສກະ ປະຣິເທວະ ອຸປາຍາສະ. ແປວ່າ " ອະວິຊຊາ (ຄວາມບໍ່ຮູ້ ເປັນ ປັຈຈັຍ ໃຫ້ເກີດ ການປຸງແຕ່ງ, ການປຸງແຕ່ງ ເປັນ ປັຈຈັຍ ໃຫ້ເກີດ ວິນຍານ, ວິນຍານ ເປັນ ປັຈຈັຍ ໃຫ້ເກີດ ນາມຮູບ (ຮ່າງກາຍແລະຈິຕໃຈ), ນາມຮູບ ເປັນ ປັຈຈັຍ ໃຫ້ເກີດ ປະສາທທັງ 6 (ຫູ ຕາ ດັງ ລີ້ນ ກາຍ ໃຈ), ປະສາທທັງ6 ເປັນ ປັຈຈັຍ ໃຫ້ເກີດ ສັມຜັສ, ສັມຜັສ ເປັນ ປັຈຈັຍ ໃຫ້ເກີດ ຄວາມຮູ້ສຶກ (ເຢັນ ຮ້ອນ ອ່ອນ ແຂງ ສຸກຂ໌ ທຸກຂ໌ ເສີຍໆ), ຄວາມຮູ້ສຶກ ເປັນ ປັຈຈັຍ ໃຫ້ເກີດ ຕັນຫາ (ຄວາມຢາກໄດ້), ຕັນຫາ ເປັນ ປັຈຈັຍ ໃຫ້ເກີດ ຄວາມຍຶດໝັ້ນ, ຄວາມຍຶດໝັ້ນ ເປັນ ປັຈຈັຍ ໃຫ້ເກີດ ພົພ, ພົພ ເປັນ ປັຈຈັຍ ໃຫ້ເກີດ ຊາຕ (ການເກີດ), ຊາຕ ເປັນ ປັຈຈັຍ ໃຫ້ເກີດ ຄວາມແກ່ ຄວາມຕາຍ ຄວາມໂສກເສົ້າເສັຽໃຈ ຄວາມພິໄລລຳພັນ ຄວາມເຫືອດແຫ້ງໃຈ. ອັນນີ້ແລ ຄື ການເກີດຂຶ້ນ ຂອງ ກອງທຸກຂ໌ທັງປວງ. ຄວາມທຸກຂ໌ ທັງຫຼາຍ ເກີດຂຶ້ນ ຢ່າງນີ້. ຖ້າ ຈະດັບ ຄວາມທຸກຂ໌ ຕ້ອງດັບ ເຫຕ ຄື ດັບ ອະວິຊຊາ. ຍ້ອນ ພວກເຮົາ ມີ ອະວິຊຊາ ນີ້ ແລ້ວ, ພວກເຮົາ ຈຶ່ງໄດ້ ວຽນເກີດວຽນຕາຍ ຢູ່ໃນ ວັຕຕະສົງສາຣ ອັນນີ້ ບໍ່ຣູ້ຈົບ ຈັກເທື່ອ.
   ການທີ່ ຄົນນຶ່ງ ເກີດມາ ໃນ ຄອບຄົວ ທີ່ ຮັ່ງມີ ຫຼື ເກີດ ໃນ ຄອບຄົວ ທີ່ ທຸກຂ໌ຍາກ ຫຼື ມີ ຮູບຮ່າງງາມ ຫຼື ບໍ່ງາມ, ມີ ປັນຍາ ສລຽວສລາດ ຫຼື ໂງ່ຈ້າ ແລະ ຢ່າງອື່ນໆ... ນັ້ນ ຍ້ອນມີ ເຫຕປັຈຈັຍ ພາໃຫ້ເກີດ ພາໃຫ້ເປັນ ຈຶ່ງເກີດ ຈຶ່ງເປັນ ໄປຕາມນັ້ນ. ຢູ່ໆ ຈະເກີດຂຶ້ນເອງ ບໍ່ມີ. ຕົວຢ່າງ ເຮົາ ເກີດມາ ຊາຕນີ້ ບໍ່ມີ ປັນຍາຫຼາຍ ຟັງ ທັມມະ ແລ້ວ ບໍ່ເຂົ້າໃຈ ຫຼື ວ່າ ຈື່ໄດ້ ບຶດດຽວ ແລ້ວ ກໍລືມ. ຖ້າ ເຮົາ ຢາກເປັນ ຄົນສລາດ ມີ ປັນຍາ ໃນ ຊາຕໜ້າ ຫຼື ຊາຕຕໍ່ໆໄປ ເຮົາ ຕ້ອງສ້າງ ປັຈຈັຍ ໃຫ້ເປັນ ຜູ້ມີປັນຍາ. ເມື່ອ ເຮົາ ສ້າງ ປັຈຈັຍ ເຮັດໃຫ້ມີ ປັນຍາ ໄດ້ແລ້ວ ເຮົາ ກໍເປັນ ຄົນສລາດ ໄດ້. ນັກປຣາຊຍ໌ ບັນດິຕ ເວົ້າວ່າ ເຫຕປັຈຈັຍ ຈະພາໃຫ້ ເປັນຄົນມີປັນຍານັ້ນ ຄື: 1. ໃຫ້ເວັ້ນ ຈາກ ສຸຣາ ແລະ ເມຣັຍ, 2. ໝັ່ນຟັງ ພຣະ ທັມມະເທສນາ (ສຸຕຕະ ມະຍະ ປັນຍາ), 3. ໝັ່ນພິຈາຣະນາ ຂໍ້ທັມ ທີ່ໄດ້ຟັງມາ (ຈິນຕາ ມະຍະ ປັນຍາ), 4. ໝັ່ນຝຶກ ສະມາທິ ກັມມັດຖານ (ພາວະນາ ມະຍະ ປັນຍາ). ຖ້າ ເຮົາ ບໍ່ເຮັດ ເຫຕປັຈຈັຍ ໃຫ້ເກີດ ປັນຍາແລ້ວ, ເຮົາ ເກີດ ແລ້ວ ຕາຍ, ຕາຍ ແລ້ວ ເກີດອີກໆ ແລ້ວ ຕາຍອີກ ຫຼາຍ ຊາຕ ປານໃດ ກໍບໍ່ເປັນ ຄົນສລາດໄດ້. ເພາະວ່າ ຢຸ່ໆ ຄວາມສລາດ ຈະເກີດຂຶ້ນເອງນັ້ນ ບໍ່ມີ. ດ້ວຍເຫຕນີ້ ສັຕທັງຫຼາຍ ຕາຍແລ້ວ ເກີດ, ເກີດແລ້ວ ຕາຍ, ວົນໄປ ວຽນມາ ຢູ່ໃນ ວັຕສົງສາຣ ນີ້ ບໍ່ຮູ້ຈົບສິ້ນ ຈັກເທື່ອ ກໍເພາະວ່າ ບໍ່ໄດ້ເຮັດ ເຫຕປັຈຈັຍ ໃຫ້ ມົ້ມ ວັຕສົງສາຣ. ການເກີດເລື້ອຍໆ ເປັນ ທຸກຂ໌ຢ່າງຍິ່ງ.
   ຂໍ້ຄຶດ ອີກອັນນຶ່ງ ກໍແມ່ນ ຄຳເວົ້າ ທີ່ ອຸປຕິສສະ ຕອບ ອາຈາຣສົນໄຊຍ໌ ວ່າ " ຄົນໂງ່ ມີຫຼາຍ, ຄົນສລາດ ມີໜ້ຽ ".
ໃນ ເມື່ອ ຄົນໂງ່ ມີຫຼາຍ, ຄົນສລາດ ມີໜ້ຽ ແລ້ວ ພວກເຮົາ ຈະເຮັດແນວໃດ. ພວກເຮົາ ກໍຕ້ອງຊອກຫາ ຄົນສລາດ ໃຫ້ ເຫັນ. ເມື່ອ ເຫັນ ແລ້ວ ເຮົາ ກໍຕ້ອງ ໄປຫາມາສູ່ ເລື້ອຍໆ ເຮົາ ກໍຈະເປັນ ຄົນຮູ້ ຄົນສລາດ ຂຶ້ນໄດ້. ເຮັດ ແນວໃດ ເຮົາ ຈຶ່ງ ຈະຮູ້ວ່າ ຄົນນັ້ນ ຄົນນີ້ ເປັນ ຄົນສລາດ. ນັກປຣາຊບັນດິຕ ເວົ້າວ່າ ຄົນສລາດ ແມ່ນ ຄົນ ທີ່ ປະພຶດ ຕາມ ຄຳສອນ ຂອງ ພຣະສັມມາສັມພຸທເຈົ້າ ທຳຕົນ ໃຫ້ເປັນປໂຍຊນ໌ ແຕ່ ຕົນເອງ, ແກ່ ຄອບຄົວຕົນເອງ), ແກ່ ຄົນອື່ນ, ແກ່ ສັງຄົມ, ແກ່ ປະເທສຊາຕ ແຕ່ ຝ່າຍດຽວ, ບໍ່ເຮັດ ຄວາມເດືອດຮ້ອນ ໃຫ້ ແກ່ ຕົນເອງ, ແກ່ ຄອບຄົວຕົນເອງ, ແກ່ ຄົນອື່ນ, ແກ່ ສັງຄົມ, ແກ່ ປະເທສຊາຕ. ຖ້າ ຈະເຮັດ ໄດ້ຢ່າງນີ້ ບັນດິຕ ຕ້ອງ ມີ ຂໍ້ທັມ ອັນເປັນ ເຄື່ອງຢູ່. ຂໍ້ທັມ ທີ່ ບັນດິຕ ປະຕິບັຕ ຢູ່ ນັ້ນ ມີ 5 ຢ່າງ ຄຶ: ສັທທາ ສິລ ສຸຕຕະ ຈາຄະ ແລະ ປັນຍາ. ເພິ່ນຜູ້ຮູ້ທັມມະ ເອີ້ນ ທັມມະ 5ຢ່າງນີ້ ວ່າ ອະຣິຍະຊັພ. ອະຣິຍະ ແປວ່າ ປະເສິດ. ຊັພ ແປວ່າ ຄວາມຮັ່ງມີ. ອະຣິຍະຊັພ ແປວ່າ ຄວາມຮັ່ງມີອັນປະເສີດ. ບາງເທື່ອ ເອີ້ນວ່າ –ຊັພພາຍໃນ. ເປັນຫຽັງ ຈຶ່ງເອີ້ນ ທັມມະ ພວກນີ້ ວ່າ ອະຣິຍະຊັພ ? ກໍເພາະວ່າ ຊັພພາຍນອກ ຄື ເຂົ້າຂອງເງິນຄຳ ທັງ ຫຼາຍ ທີ່ ພວກເຮົາ ພາກັນຂົນຂວາຍ ຊູ່ມື້ນີ້ ເປັນປໂຍຊນ໌ ໃນ ຊາຕດຽວ ທີ່ ພວກເຮົາ ກຳລັງມີ ຊີວິຕຢູ່ນີ້. ຕາຍແລ້ວ ເອົາ ໄປນຳ ບໍ່ໄດ້. ນອກຈາກນີ້ແລ້ວ ຊັພພາຍນອກ ຍັງມີ ພັຍຕ່າງໆ ບຽດບຽນ ຄື: ໂຈຣະພັຍ, ອັຄຄີພັຍ, ອຸທຸກະພັຍ ແລະ ຣາຊາພັຍ. ສ່ວນ ອະຣິຍະຊັພນັ້ນ ບໍ່ມີ ພັຍອັນໃດ ບຽດບຽນໄດ້. ເມື່ອ ພວກເຮົາ ຕາຍແລ້ວ ເຮົາ ເອົາໄປນຳ ເອົາໄປໃຊ້ ຕໍ່ ໄດ້. ອັນນີ້ ຄື ຂໍ້ສັງເກດ ທີ່ ພວກເຮົາ ຄວນຮູ້. ທັມມະ ທຸກຢ່າງ ແມ່ນ ຂໍ້ປະຕິບັຕ. ເຮົາ ຮຽນ ທັມມະ ເພື່ອຮູ້. ຮູ້ແລ້ວ ປະຕິບັຕ ເຮົາ ຈຶ່ງຈະໄດ້ ຜົລປໂຍຊນ໌ ຈາກ ທັມມະ. ຮຽນຮູ້ ແລ້ວ ບໍ່ເອົາມາ ປະຕິບັຕ. ທັມມະ ທີ່ໄດ້ຮຽນ ມານັ້ນ ກໍບໍ່ເປັນ ປໂຍຊນ໌ດີ ອັນໃດ ໃຫ້ ແກ່ຜູ້ຮູ້ນັ້ນ. ນັກປຣາຊ ເວົ້າວ່າ ຄົນນັ້ນ ເໝືອນ ກັບ ເດັກນ້ຽລ໊ຽງງົວ, ພໍແຕ່ ໄດ້ຮັບ ຄ່າລ້ຽງ ທໍ່ນັ້ນ. ແຕ່ ບໍ່ມີ ສິດທິ ອັນໃດ ໃນ ຕົວງົວ ແມ່ນ ແຕ່ ນໍ້ານົມງົວ ກໍບໍ່ສິດ ທີ່ ຈະໄດ້ຮັບ.
   ບົທຄວາມທັມມະ ຂໍຈົບໄວ້ພຽງ ທໍ່ນີ້. ໂອກາດໜ້າ ຂ້າພະເຈົ້າ ຈະເອົາ ທັມມະ ຂ້ໍອື່ນ ມາ ເວົ້າສູ່ ພໍ່ແມ່ພີ່ນ້ອງເຮົາ ຟັງ. ຂໍໃຫ້ ພໍ່ແມ່ພີ່ນ້ອງ ທຸກທ່ານ ຈົ່ງໜັ້ນແກ່ນ ໃນ ສິລທັມ ຂອງ ພຣະສັມມາສັມພຸທເຈົ້າ ໝົດທຸກຄົນເທີ້ນ.

ຈົບ.