ກົດແຫ່ງກັມ
12/03/2005 - 08:59:00

ເຣື່ອງ ກົດແຫ່ງກັມນີ້ ຂ້າພະເຈົ້າ ໄດ້ແປອອກມາຈາກ ປຶ້ມທັມມະ ທີ່ເປັນ ພາສາອັງກິດ "The Great Disciples of the Buddha" ”” ຊຶ່ງຂຽນ ໂດຍ Nyanaponika thera and Hellmuth Hecker ຊຶ່ງ ໄດ້ແປອອກມາຈາກ ພຣະໄຕປີດົກ ທີ່ເປັນ ພາສາປາລີ. ເຣື່ອງ ນາງອິສິທາສີ.
ທີ່ ເມືອງປາຕະລິບຸຕ ຊຶ່ງໄດ້ກາຍມາເປັນ ເມືອງເອກ ຂອງ ພຣະເຈົ້າອະໂສກທັມມິກະຣາຊ ມີ ພຣະພິກຂຸນີ 2ອົງຄ໌ ຊຶ່ງເປັນເພື່ອນກັນ ແລະ ທັງເປັນ ພຣະຂີນາສົພ ອີກ (ເປັນ ພຣະອໍຣະຫັນຕ໌). ອົງຄ໌ນຶ່ງ ຊື່ວ່າ ພຣະໂພທິ ແລະ ອົງຄ໌ນຶ່ງຊື່ວ່າ ພຣະອິສິທາສີ ທັງ 2 ອົງຄ໌ ສຳເຣັດ ພຣະໄຕປີດົກ ແລະ ແຕກສານໃນທັມມະ. ມື້ນຶ່ງ ຫຼັງ ຈາກ ທ່ຽວບິນດະບາຕ ແລະ ສັນອາຫາຣເສັດແລ້ວ ສອງເພື່ອນ ພຣົມມະຈັຣຍ໌ ກໍເລີຍ ສົນທະນາກັນ ກ່ຽວກັບ ການວຽນຕາຍວຽນເກີດ ຂອງສັຕທັງຫຼາຍ. ພຣະພິກຂຸນີ ໂພທິ ຊຶ່ງເປັນຜູ່ມີ ໄວຍ໌ແກ່ກວ່າ ແລະ ໄດ້ຜ່ານ ຄວາມ ທຸກຂ໌ ຂອງຊີວິຕ ມາຫຼາຍ ກ່ອນທີ່ຂະເຂົ້າມາຢູ່ໃຕ້ ຮົ່ມ ຜ້າກາສາວະພັສ, ມີ ຄວາມສົນໃຈ ໃນເຣື່ອງຂອງ ເພື່ອນ ພຣົມມະຈັຣຍ໌ ພຣະພິກຂຸນີອິສິທາສີ ຊຶ່ງ ກຳລັງຢູ່ໃນ ໄວຍ໌ໜຸ່ມສາວ ທີ່ ໄດ້ສລະຢ້າວເຮືອນ ອອກບັພຊາອຸປສົມບົທ ຈຶ່ງໄດ້ ຖາມຂຶ້ນວ່າ:
- ອິສິທາສີ, ທ່ານ ເປັນ ຄົນໜ້າຮັກ, ຍັງໜຸ່ມແໜ້ນ, ທ່ານ ເຫັນ ຄວາມບໍ່ດີງາມອັນໃດ ຈຶ່ງໄດ້ ສລະບ້ານເຮືອນ ອອກບວຊ?
ພຣະພິກຂຸນີອິສິມາສີ ຈຶ່ງໄດ້ເລົ່າ ຄວາມເປັນມາ ກໍຄື ການວຽນວ່າຍຕາຍເກີດ ຂອງຕົນເອງ ໃຫ້ ເພື່ອນ ສະຫະ ພຣົມມະຈັຣຍ໌ ຟັງວ່າ: ຂ້າພະເຈົ້າ ໄດ້ເກີດ ຢູ່ ພາຄໃຕ້ ຂອງເມືອງອຸຊເຊນີ ຊຶ່ງເປັນ ເມືອງເອກ ຂອງ ເອວັນຕິປະເທສ. ພໍ່ ເປັນ ພໍ່ຄ້າຮັ່ງມີ ຄົນນຶ່ງ ຂ້າພະເຈົ້າ ເປັນລູກສາວດຽວ. ເມື່ອເຖິງ ຄາວ ມີຄອບຄົວ, ກໍມີ ພໍ່ຄ້າຮັ່ງມີຄົນນຶ່ງ ຊຶ່ງເປັນ ເພື່ອນຄ້າຂາຍ ຂອງພໍ່ ໄດ້ມາຂໍ ຂ້າພະເຈົ້າ ໄປເປັນ ລູກໃພ້ ຊຶ່ງ ພໍ່ຂ້າພະເຈົ້າ ມີ ຄວາມດີໃຈເປັນຢ່າງຍິ່ງ. ( ອິສິທາສີ ເປັນ ຍິງທີ່ມີ ຮູບສົມບັຕ ແລະ ຄຸນສົມບັຕ ຄື ເປັນ ຜູ້ມີມາຣະຍາດດີງາມ ແລະ ຮູບຮ່າງກໍສວຍງາມ ຖື ວ່າ ເປັນ ກຸລສັຕຣີ ນາງນຶ່ງ. ເມື່ອ ໄດ້ມາຢູ່ ເຮືອນປູ່ຍ່າ ແລ້ວ ກໍປະຕິບັຕຕົນເອງ ໃຫ້ເປັນທີ່ຮັກ ແກ່ ຄົນທັງຫຼາຍ. ເຄົາຣົບນັບຖື ພໍ່ແມ່ຂອງຜົວ ເໝືອນ ພໍ່ແມ່ຕົນເອງ ແລະ ຍາຕຄົນອື່ນ ເໝືອນ ຍາຕຕົນເອງ. ດ້ວຍ ເຫຕນີ້ ອິສິທາສີ ຈຶ່ງເປັນ ທີ່ຮັກ ແກ່ ຄົນທັງຫຼາຍ ໃນ ບ້ານຂອງຜົວ. ລາວ ຮັກຜົວ ເໜືອ ກວ່າສິ່ງໃດ, ລາວ ຄົວອາຫາຣ ໃຫ້ຜົວກິນ ດ້ວຍ ມືຕົນເອງ ເຖິງແມ່ນວ່າ ໃນ ເຮືອນ ຈະມີຄົນໃຊ້ຄົວກິນໃຫ້ ກໍຕາມ. ເຖິງ ປານນັ້ນ ກໍຕາມ ແຕ່ ຜົວ ຂອງລາວ ກໍບໍ່ມັກ ລາວ. ຜົວ ເກີດ ຄວາມເບື່ອໜ່າຍ ອິສິທາສີ ຢ່າງ ຮ້າຍແຮງທີ່ສຸດ ແບບວ່າ ຢູ່ຮ່ວມ ຫຼັງຄາ ດຽວກັນບໍ່ໄດ້ ແລະ ກໍບໍ່ມີ ເຫຕຜົລ ອັນໃດ ວ່າ ເປັນຫຍັງ ລາວ ຈຶ່ງ ບໍ່ມັກ. ມື້ນຶ່ງ ລາວ ຈຶ່ງ ໄດ້ໄປ ຫາ ພໍ່ ແມ່ ແລ້ວ ເວົ້າວ່າ " ຖ້າ ອິສິທາສີ ບໍ່ອອກຈາກ ເຮືອນ ລູກເອງ ກໍບໍ່ ສາມາຖ ຈະຢູ່ນຳໄດ້, ລູກ ຈະໜີ ອອກຈາກເຮືອນໄປ ". ແຕ່ ພໍ່ແມ່ ກໍຍ້ອງຍໍສໍຣະເສີນ ຄຸນງາມຄວາມດີ ຂອງ ອິສິທາສີ ຕ່າງໆ ນາໆ ເພາະ ບໍ່ເຫັນວ່າ ລູກໃພ້ນັ້ນ ມີ ຄວາມບົກຜ້ອງແນວໃດ ໃນ ການບົວຣະບັຕ ຜົວ ຕາມ ໜ້າທີ່ ເມັຽທີ່ດີ ທົ່ວໆໄປ. ຜົວນັ້ນ ກໍບໍ່ເຫັນ ຄວາມບົກຜ້ອງອັນໃດ ຂອງເມັຽຕົນເອງ ແຕ່ວ່າ ຕັ້ງ ບໍ່ມັກຊື່ໆ.
ປູ່ຍ່າ ຈຶ່ງໄດ້ຮ້ອງ ລູກໃພ້ ແລະ ລູກຊາຍ ມາອົບຮົມ ແຕ່ ລູກຊາຍ ກໍຢືນກະຕ່າຍຂາດຽວ ວ່າ ຈະໜີ ຕາບໃດ ນາງອິສິທາສີ ຍັງຢູ່ໃນເຮືອນຫຼັງນີ້. ປູ່ຍ່າ ບໍ່ມີທາງອື່ນເລືອກ ຈຶ່ງໄດ້ຮ້ອງຂໍໃຫ້ ລູກໃພ້ ກັບຄືນ ບ້ານຂອງຕົນເອງ ພ້ອມທັງຄຶດວ່າ ອິສິທາສີ ເປັນ ຍິງທີ່ພຽບພ້ອມ ໄປດ້ວຍ ຮູບສົມບັຕ ແລະ ຄຸນສົມບັຕ ຄົງຈະບໍ່ມີ ບັນຫາອັນໃດ ໃນການທີ່ຈະໄດ້ຜົວໃໝ່. ແຕ່ ສຳຫຼັບ ອິສິທາສີແລ້ວ ຖືວ່າ ເປັນ ຄວາມເສັຽຫາຍ ຢ່າງຮ້າຍແຮງ ສັງຄົມ ຈະ ຕຳໜິຕິຕຽນວ່າ ເປັນ ຍິງທີ່ຜົວຖິ້ມແລ້ວ ຈຶ່ງໄດ້ ກົ້ມໜ້າກັບບ້ານຕົນເອງ. ພໍ່ຂອງ ອິສິທາສີ ກໍຮັບເອົາ ລູກສາວ ມາໄວ້ໃນ ຄວາມຄຸ້ມຄອງອີກເທື່ອໃໝ່, ແລ້ວ ກໍພະຍາຍາມ ຊອກຫາ ຄົນທີ່ເໝາະສົມ ເພື່ອໃຫ້ມາເປັນ ຜົວ ຂອງລູກສາວ. ຕໍ່ມາ ບໍ່ດົນ ລາວ ກໍໄດ້ພົບ ຊາຍຄົນນຶ່ງ ຊຶ່ງມີ ຖານະຮັ່ງມີ ສົມຄວນ ພໍທີ່ຈະເປັນ ລູກເຂີຍໄດ້ ແລະ ຊາຍຄົນນັ້ນ ກໍມີ ດີໃຈແລະ ພໍໃຈ ໃນ ຕົວຂອງ ອິສິທາສີ. ສະນັ້ນ ພິທີສົມຣົສ ຈຶ່ງໄດ້ຈັດຂຶ້ນ ແລ້ວ ອິສິທາສີ ແລະ ຜົວໃໝ່ ກໍຢູ່ ກິນນຳກັນ ແບບ ຄະດີໂລກທົ່ວໄປ. ນາງອິສິທາສີ ກໍໄດ້ບົວຣະບັຕ ຜົວໃໝ່ ຂອງລາວ ຕາມໜ້າທີ່ ເມັຽທີ່ດີ ຂອງ ຜົວທົ່ວໆໄປ. ແຕ່ ກໍເປັນໜ້າ ແປກປລາດ, ສອງຜົວເມັຽ ຢູ່ກິນນຳກັນ ມາໄດ້ ເດືອນກວ່າ ເຫຕກາຣ ທີ່ ໄດ້ເກີດ ຂຶ້ນ ກັບຜົວ ຄົນກ່ອນ ກໍໄດ້ເກີດຂຶ້ນ ກັບຜົວທີ່ສອງອີກ. ຜົວໃໝ່ ເກີດ ຄວາມກຽດຊັງ ນາງອິສິທາສີ ເປັນ ປະມານ ຢ່າງ ຫາ ເຫຕຜົລບໍ່ໄດ້. ໃນ ທີ່ສຸດ ກໍໄດ້ສົ່ງ ອິສິທາສີ ກັບບ້ານຂອງຕົນເອງ. ເທື່ອນີ້ ທັງພໍ່ ທັງລູກສາວ ມີ ຄວາມ ເສັຽໃຈ ເປັນທີ່ສຸດ.
ຕໍ່ມາ ບໍ່ດົນ ໄດ້ມີ ນັກບວຊນອກສາສນາພຸທຄົນນຶ່ງ ເດີນມາ ບິນດະບາຕ ເຮືອນ ນາງອິສິທາສີ. ພໍ່ຂອງນາງ ກໍໄດ້ ສິ້ງຊອມ ກິຣິຍາອາກາຣ ຂອງນັກບວຊນັ້ນແລ້ວ ຈຶ່ງສັງເກດເຫັນວ່າ ນັກບວຊຜູ້ນີ້ ບໍ່ມີ ຄວາມຍິນດີ ໃນ ເພດສະມະນະຂອງຕົນ ຫຼື ວ່າ ຈຳໃຈບວຊ. ເມື່ອ ຮູ້ ຢ່າງນີ້ແລ້ວ ພໍ່ນາງອິສິທາສີ ຈຶ່ງຫຍັບເຂົ້າໃກ້ ນັກບວຊນັ້ນ ແລ້ວ ໃຫ້ ຄຳສເນີວ່າ " ຂ້າພະເຈົ້າ ສັງເກດເຫັນ ທ່ານ ບໍ່ຄ່ຽມີ ຄວາມພໍໃຈ ໃນ ເພດສະມະນະ, ຖ້າ ທ່ານ ປົງ ສິກຂາລາເພດ ນັກບວຊ ກັບມາເປັນ ຄາຣະວາສຄືນ, ຂ້າພະເຈົ້າ ຈະຍົກລູກສາວ ແລະ ພ້ອມທັງສົມບັຕທັງໝົດ ໃຫ້ ທ່ານ ຄອບຄອງ. ນັກບວຊ ນອກສາສນາພຸທຄົນນັ້ນ ກໍຮັບປາກທັນທີ. ແຕ່ ພໍຢູ່ກິນນຳກັນ ໄດ້ ສອງອາທິຕ ທໍ່ນັ້ນ, ຊາຍຄົນນັ້ນ ກໍເກີດມີ ຄວາມເບື່ອໜ່າຍ ນາງອິສິທາສີ ເປັນປະມານ. ເຊົ້າມື້ນຶ່ງ ຊາຍຄົນນັ້ນ ກໍກັບມາຫາ ພໍ່ເຖົ້າ ຖາມຫາ ບາຕແລະເຄື່ອງນັກບວຊ ຂອງຕົນຄືນ ແລະ ບອກວ່າ ບໍ່ສາມາຖ ຢູ່ນຳ ອິສິທາສີ ໄດ້ອີກຕໍ່ໄປ. ໝົດທຸກຄົນ ໃນ ເຮືອນ ຂອງອິສິທາສີ ຮ້ອງຂໍໃຫ້ຢູ່ ເພາະ ລາວເປັນຄົນ ມີສິລທັມ ຖ້າ ຕ້ອງການອັນໃດ ກໍຈົ່ງບອກ ມາ, ຈະຫາມາໃຫ້. ແຕ່ ຊາຍຄົນນັ້ນ ກໍບໍ່ຢູ່ ຕາມ ຄວາມວິ້ງວອນນັ້ນ. ນາງອິສິທາສີ ມີ ຄວາມທຸກຂ໌ເຫຼືອທີ່ສຸດ ຮູ້ສຶກວ່າ ເໝືອນຕາຍທັງເປັນ ມືດ 8 ດ້ານ ບໍ່ຮູ້ຈະເຮັດແນວໃດ ໝົດ ຄວາມອາໄລ ໃນ ຊີວິຕ ຄຶດຈະຂ້າຕົວຕາຍ.
ໃນ ຕອນເຊົ້າມື້ນີ້ເອງ ທີ່ ນາງພິກຂຸນີ ຊີນະທັຕຕາ ໄດ້ທ່ຽວບິນດະບາຕ ມາແຖວນັ້ນ ແລະ ໄດ້ແວະ ເຂົ້າ ຮັບ ອາຫາຣ ເຮືອນນາງອິສິທາສີ. ນາງອິສິທາສີ ເຫັນ ກິຣິຍາຮຽບຮ້ຽ ອິນທະຣິຍະອັນສງົບ ຂອງ ນາງພິກຂູນີ ນັ້ນແລ້ວ ກໍເກີດ ສັທທາ ຢາກບວຊ ເປັນ ພຣະພິກຂຸນີ ຄືກັນ ຈຶ່ງໄດ້ ບອກໃຫ້ ພໍ່ແມ່ ຮູ້ ຈຸດປະສົງຂອງຕົນເອງ. ພໍ່ແມ່ ກໍອ້ອນວອນ ເພາະ ບໍ່ຢາກເສັຽ ລູກສາວຄົນດຽວ ບອກວ່າ ເປັນ ຄາຣະວາສ ເຮັດບຸນກໍໄດ້ ຄືກັນ. ແຕ່ ນາງ ອິສິທາສີ ກໍຮ້ອງໄຫ້ ວິ້ງວອນ ໃຫ້ ພໍ່ແມ່ ອະນຸຍາຕ. ລາວ ຄຶດວ່າ ເຫຕການ ລົ້ມເຫຼວ ໃນ ຊີວິຕ ຄອງ ເຮືອນນີ້ ຄົງ ຈະມີ ເຫຕຜົລອັນເລິກຊຶ້ງ ຊຶ່ງ ປຸຖຸຊົນຄົນທັມມະດາ ບໍ່ສາມາຖຮູ້ໄດ້. ໃນ ທີ່ສຸດ ພໍ່ແມ່ ກໍອະນຸຍາຕ ພ້ອມກັບເວົ້າ ວ່າ "ລູກເອີຍ ເຈົ້າຈົ່ງປະຕິບັຕ ໃຫ້ສຳເຣັດ ພຣະນິພພານ ຊຶ່ງ ຍອດມະນຸສ (ພຣະພຸທເຈົ້າ) ໄດ້ສຳເຣັດ ນັ້ນເຖີດ". ຫຼັງຈາກ ໄດ້ສັ່ງລາ ພໍ່ແມ່ພີ່ນ້ອງ ແລ້ວ ນາງອິສິທາສີ ກໍໄດ້ຍ່າງ ຕາມຫຼັງ ພຣະພິກຂຸນີ ຮູບນັ້ນ ກັບວັດ ແລ້ວ ຕໍ່ມາ ກໍໄດ້ ບັພຊາ ອຸປສົມບົທ ເປັນ ພຣະພິກຂຸນີ. ຫຼັງຈາກ ໄດ້ບວຊ ໃນ ພຣະພຸທສາສນາ ແລ້ວ ນາງພິກຂຸນີ ອິສິທາສີ ກໍໄດ້ປະຕິບັດທັມ ຢ່າງເຄັ່ງຄັດ ແລະ ໃຊ້ ຄວາມພະຍາຍາມອັນຍວດຍິ່ງ ແຕ່ 7 ມື້ທໍ່ນັ້ນ ກໍໄດ້ສຳເຣັດ ວິຊຊາສາມ ຄື 1. ບຸພເພນິວາສານຸສສະຕິຍານ ຄື ຍານທີ່ຢັ່ງຮູ່ ຊີວິຕຫົນຫຼັງໄດ້. 2. ຈູຕຸປະປາຕະຍານ ຄື ຍານ ທີ່ ເຫັນ ການເກີດ ການຕາຍ ຂອງສັຕທັງຫຼາຍ ທີ່ເປັນໄປ ຕາມກັມ ວ່າ ສັຕໃດທຳດີ ຕາຍແລ້ວ ໄປເກີດບ່ອນດີ, ສັຕໃດ ທຳຄວາມຊົ່ວ ຕາຍແລ້ວ ໄປເກີດ ບ່ອນຊົ່ວ. 3. ອາສະວັຄຄະຍະຍານ ຄື ຍານ ທີ່ຢັ່ງຮູ່ວ່າ ອາສະວະກິ ເລສທັງຫຼາຍ ໄດ້ ດັບໄປແລ້ວ ຄື ຄວາມຮູ້ ທີ່ ຮູ້ວ່າ ຕົນເອງ ໄດ້ເປັນ ພຣະອະຣະຫັນຕ໌ນັ້ນເອງ. ເມື່ອ ຫຼິງເຫັນ ຊາຕຫົນຫຼັງ ໄດ້ຢ່າງນີ້ ຈຶ່ງໄດ້ ເວົ້າ ຕໍ່ເພື່ອນ ໄປວ່າ: ກ່ອນໜ້ານີ້ 8 ຊາຕ ຂ້າພະເຈົ້າ ໄດ້ເກີດ ເປັນ ບຸຣຸສ ເປັນ ຊ່າງຕີຄຳ ມີ ຮູບຮ່າງສວຍງາມ ແລະ ຮັ່ງມີພ້ອມ. ຂ້າພະເຈົ້າ ມີ ຄວາມມືນເມົາ ໃນ ຄວາມໜຸ່ມແໜ້ນ ຂອງ ຕົນເອງ ແລະ ເມົາ ໃນ ກາມມະສຸກຂ໌ ອາໄສ ຄວາມຮັ່ງມີ ແລະ ຮູບຮ່າງອັນສວຍງາມ, ຂ້າພະເຈົ້າ ຈຶ່ງໄດ້ ທຳ ກາເມສຸມິສາຈາຣ ກັບ ເມັຽຂອງຄົນອື່ນ ໂດຍບໍ່ໄດ້ ຄຳນຶງ ເຖິງ ສິລທັມ ແຕ່ຢ່າງໃດ. ບໍ່ໄດ້ ຄຶດເຖິງ ຄວາມເສັຽ ຫາຍ ຈະຕາມມາຫາ ຍິງເຫຼົ່ານັ້ນ, ບໍ່ຄຶດເຖິງ ວ່າ ເຂົາເຈົ້າ ຈະເປັນ ຜົວປະເມັຽຮ້າງກັນ, ເຮັດໃຫ້ ຍິງທັງຫຼາຍ ອົກຫັກ ໄປຕາມໆກັນ. ໄດ້ ຄົນນີ້ແລ້ວ ກໍໄປຫາ ຄົນໜ້າຕໍ່ໄປ ເໝືອນກັບແມງ ກະເບື້ອ ທີ່ ບິນຊົມດອກໄມ້ ອອກ ຈາກດອກນີ້ແລ້ວ ກໍໄປຫາດອກໜ້າ ຕໍ່ໆໄປ.
ຫຼັງຈາກ ຕາຍຈາກຊາຕນັ້ນແລ້ວ ກໍໄດ້ໄປໝົກໄໝ້ ຢູ່ໃນ ນະຮົກ ມີ ຄວາມທຸກທໍຣະມານອັນແສນສາຫັດ. ຄວາມທຸກຂ໌ ທີ່ໄດ້ຮັບ ຢູ່ໃນ ຂຸມນະຮົກນັ້ນ ນັບເປັນ ພັນເທົ່າ ຄວາມທຸກຂ໌ ທີ່ໄດ້ເຮັດ ໃຫ້ຄົນອື່ນ ຕອນເປັນ ຄົນຢູ່. ຢູ່ໃນ ຄຳພີຣ໌ ເປຕະວັຕຖຸ ເພິ່ນ ໄດ້ພັລນາ ຄວາມທຸກຂ໌ ຂອງສັຕນະຮົກ ທີ່ ໄດ້ທຳຜິດ ສິລກາເມສຸມິສາຈາຣ ວ່າ ຕ້ອງ ໄດ້ຮັບ ຄວາມທໍຣະມານ ຢູ່ໃນ ປ່າໄມ້ງີ້ວໜາມ ເອີ້ນວ່າ ສິມພະລີນະຮົກ. ໃນ ປ່າໄມ້ງີ້ວໜາມນີ້ ພື້ນດິນ ມີ ໝາພານ ໂຕໃຫຍ່ ທໍ່ຊ້າງ ໄລ່ກັດກິນ ເນື້ອສັຕນະຮົກ. ສັຕນະຮົກທັງຫຼາຍ ເຫັນດັ່ງນັ້ນ ກໍພາກັນຢ້ານ ແລ້ວ ແລ່ນ ຂຶ້ນ ຕົ້ນງີ້ວ. ໃບງິ້ວນັ້ນ ກໍຄົມ ເໝືອນ ຄົມດາບຄົມງ້າວ ປາດເນື້ອປາດຕົວ ສັຕນະຮົກ. ໜາມງີ້ວນັ້ນ ເປັນ ໜາມ ເຫຼັກ ທັງໃຫຍ່ແລະຍາວ, ຕອນ ສັຕນະຮົກ ປີນຂຶ້ນຕົ້ນງີ້ວ ໜາມງີ້ວນັ້ນ ກໍປິ່ນປາຍລົງມາ ສຽບແທງ ສັຕນະຮົກ ທັງ ໃບງີ້ວ ກໍປາດເນື້ອເຖືອຕົວ ພາໃຫ້ເກີດ ຄວາມເຈັບປວດ ເປັນທີ່ສຸດ. ສັຕນະຮົກ ທົນ ຄວາມເຈັບ ປວດ ບໍ່ໄດ້ ກໍພາກັນ ຖຽລົງມາ, ໜາມງີ້ວ ກໍຊ້ອງປາຍຂຶ້ນ ສຽບແທງ ຮ່າງກາຍ ຂອງສັຕນະຮົກ. ລົງມາ ຮອດ ພື້ນດິນ ໝານະຮົກ ກໍໂດດໃສ່ ຫວັງຈະກັດກິນ, ສັຕນະຮົກ ຢ້ານ ໜາ ກໍພາກັນໂດດລົງໜອງ ທີ່ເປັນ ໜອງເຄັມ. ນໍ້າເຄັມ ຖືກ ປາດແຜ ຈາກໜາມງີ້ວ ກໍແສບຮ້ອນ ໄປທົ່ວຕົວ. ກໍພາກັນ ເດີນຜ່າ ໜອງບົວ. ໃບບົວ ທັງຫຼາຍ ກໍກາຍເປັນ ຫອກເປັນດາບ ປາດເນື້ອເຖືອໜັງ ສັຕນະຮົກທັງຫຼາຍ ທົນບໍ່ໄດ້ ກໍພາກັນ ແລ່ນຂຶ້ນໄປ ເທິງບົກ ກໍພໍດີ ໄປພົບ ໝາ ນະຮົກ ໄລ່ສວາບໄລ່ກັດ ກໍພາກັນ ແລ່ນຂຶ້ນຕົ້ນໄມ້ງີ້ວໜາມ. ການທໍຣະມານ ສັຕນະຮົກ ກັບໄປກັບມາ ຢ່າງນີ້ ຫຼາຍພັນປີ ບາບກັມນັ້ນ ຈຶ່ງຄ່ຽເບົາບາງ ແຕ່ຍັງບໍ່ໝົດ. ຍ້ອນເສດ ບາບກັມ ຍັງມີຢູ່, ຫຼັງ ຈາກມົ້ມ ຈາກ ຂຸມ ນະຮົກ ນັ້ນ ແລ້ວ ກໍໄດ້ມາເກີດ ຢູ່ໃນ ທ້ອງຂອງລີງແມ່ ພໍເກີດມາໄດ້ 7 ມື້ ຫົວໜ້າລີງ ໂຕຜູ້ ກໍມາກັດ ອັງຄະຊາຕ ຕາຍ ຈາກ ຊາຕເປັນລີງ ກໍມາເກີດເປັນ ແກະ ກໍຖືກແກະ ຫົວໜ້າຝູງ ກັດ ອັງຄະຊາຕ ອອກອີກ ຢູ່ມາໄດ້ ສິບສອງປີ ກໍຕາຍ. ຕາຍ ຈາກຊາຕເປັນແກະ ແລ້ວ ກໍໄດ້ມາເກີດເປັນ ງົວ ກໍຖືກ ເຂົາ ຕອນອີກ. ນອກຈາກ ຖືກຕອນແລ້ວ ຍັງຕ້ອງ ລາກແກ່ ກວຽນແລະໄຖ ທຳງານໜັກ ຕລອດມື້ ຫາ ເວລາ ພັກຜ່ອນ ບໍ່ມີ ແລະ ຕໍ່ມາ ຕາກໍບອດອີກ. ຫຼັງຈາກ ຕາຍຈາກຊາຕເປັນງົວແລ້ວ ກໍມາເກີດໃນທ້ອງ ຍິງທາສີຄົນນຶ່ງ ແຕ່ເປັນ ຄົນບໍ່ສົມປະກອບ ຈະວ່າຊາຍ ກໍບໍ່ແມ່ນ, ຈະວ່າ ຍິງ ກໍບໍ່ແມ່ນ ເພາະ ມີ ອະວັຍວະເພດ ທັງສອງເພດພ້ອມກັນ ພາສາລາວ ເອີ້ນວ່າ ບັນເດາະ ບໍ່ແມ່ນ ກະເທີຍ ເພາະ ກະເທີຍ ມີ ອະວັຍວະເພດດຽວ ພາສາອັງກິດ ວ່າ Hermaphrodite . ຄົນທັງຫຼາຍ ຖືວ່າ ເປັນ ຄົນເຂັດຂວາງ ເຂົາ ຈຶ່ງໃຫ້ຢູ່ ຄົນດຽວ ເລີຍກາຍເປັນ ຄົນນອກສັງຄົມ. ເປັນຄົນ ທີ່ສັງຄົມ ລັງກຽດ. ເຂົາ ມີ ຊີວິຕ ຢູ່ດ້ວຍ ຄວາມທຸກຂ໌ຍາກລຳບາກຢ່າງຍິ່ງ ເຖິງ 30ປີ ກໍຕາຍ. ຕາຍ ຈາກຊາຕນີ້ແລ້ວ ກໍມາເກີດ ເປັນຍິງ ໃນ ຕະກຸນຈັທານ. ພວກຈັນທານ ແມ່ນ ພວກທີ່ບໍ່ມີ ວັນນະອັນໃດ ໃນ ສັງຄົມອິນເດັຽ. ສັງຄົມອິນເດັຽ ມີ 4 ວັນນະ ຄື ວັນນະພຣາມ ວັນນະກະສັຕ ວັນນະເພດ ແລະ ວັນນະສູຕ. ຫຼັງຈາກ ເກີດມາ ໃນ ຄອບຄົວນັ້ນແລ້ວ ຄອບຄົວ ນັ້ນ ກໍມີແຕ່ ໂຊກຮ້າຍ ເຮັດຄ້າຂາຍຫງາຍມື ອັນໃດ ກໍມີແຕ່ຫຼຸບທຶນ ເຮັດວຽກງານອັນໃດ ກໍບໍ່ເປັນອັນດີ ງາມ ຈັກຢ່າງ ເກີດຕິດໜີ້ຕິດສິນ ຂອງຄົນທົ່ວໄປ. ພວກເຈົ້າໜີ້ທັງຫຼາຍ ກໍມາທວງເອົາໜີ້ ຢູ່ບໍ່ຂາດ. ໃນ ທີ່ສຸດ ພໍ່ ຂອງລາວ ກໍເລີຍ ຍົກລູກສາວ ໃຫ້ພໍ່ຄ້າ ເຈົ້າໜີ້ ຄົນນຶ່ງ ເປັນ ທາສີ. ພໍ່ຄ້າ ຮັບເອົາ ລູກສາວ ເປັນຄ່າໄຖ່ ແລ້ວ ກໍ ປົດເປື້ອງ ພໍ່ຂອງຍິງສາວ ອອກຈາກໜີ້. ພ້ອມດຽວກັນ ກໍເອົາເງິນໃຫ້ ຈຳນວນນຶ່ງ ເປັນຄ່າບຳເດັດ. ເດັກຍິງ ຈັນທານ ໄດ້ມາຢູ່ ບ້ານພໍ່ຄ້າເສດຖີ ເປັນ ທາສີ ທຳງານໜັກ ຫຼາຍຢ່າງຫຼາຍປະກາຣ. ເມື່ອ ໃຫຍ່ກ້າໜ້າບານ ມາໄດ້ 16 ປີ ລູກຊາຍພໍ່ຄ້າ ມາເຫັນ ກໍເກີດ ຄວາມມັກຮັກ ຂຶ້ນມາ ກໍເລີຍເອົາມາເປັນ ເມັຽຄົນທີ່ສອງ. ຄວາມຈິງ ລາວ ກໍມີ ເມັຽທີ່ດີງາມ ທີ່ ຮັກລາວ ເໜືອກວ່າສິ່ງໃດ ຄົນນຶ່ງແລ້ວ. ເມື່ອເຫັນ ຜົວ ເອົາ ເມັຽນ້ຽ ກໍມີ ຄວາມທຸກຂ໌ໃຈ ມີ ຄວາມຮູ້ສຶກວ່າ ຜົວ ປ່ຽປະ ລະເລີຍ ຕົນເອງ. ນາງຈັນທານທາສີ ເມື່ອ ໄດ້ມາເປັນ ລູກໃພ້ທ່ານເສດຖີ ກໍເຮັດ ທຸກສິ່ງທຸກຢ່າງ ເພື່ອ ໃຫ້ ຊນະ ໃຈສາມີ. ຫຼິງເຫັນ ຊີວິຕທາສີ ແລ້ວ ບໍ່ຢາກກັບໄປເປັນ ທາສີອີກ. ລາວ ກໍ ພະຍາຍາມໃຊ້ ອຸບາຍ ຕ່າງໆ ໃຫ້ ຜົວ ເອົາໃຈຫ່າງ ອອກຈາກ ເມັຽຫຼວງ ໃຫ້ ຜົວ ຊັງເມັຽຫຼວງ ຊຶ່ງເຮັດໃຫ້ ເມັຽ ຫຼວງ ໄດ້ຮັບ ຄວາມຄັບແຄ້ນ ແໜ້ນໃຈ ເປັນທີ່ສຸດ. ທ້າຍສຸດ ລາວ ກຳສາມາຖ ປັດເຂັ່ຽ ເມັຽຫຼວງ ອອກຈາກ ເຮືອນໄປ. ຫຼັງຈາກ ຕາຍ ຈາກຊາຕເປັນຍິງຈັນທານນັ້ນແລ້ວ ລາວກໍກັບ ມາເກີດ ເປັນ ອິສິທາສີ. ນັບຊາຕໄດ້ 7 ຊາຕ, ຊາຕທີ່ 8 ຈຶ່ງໄດ້ ມາເປັນ ອິສິທາສີ. ອິສິ ແມ່ນ ຄຳປາລີ ແປວ່າ ຣຶສີ ຫຼື ນັກບວຊ ຜູ້ຊອກຫາ ໂມຂທັມຢູ່. ທາສີ ແປວ່າ ຜູ້ຮັບໃຊ້ ເໝືອນກັບ ຂີ້ຂ້າ (slave).
ເຣື່ອງ ອິສິທາສີນີ້ ເຮົາ ຄວນເອົາມາໃສ່ໃຈ ພິຈາຣະນາ ໃຫ້ເຫັນ ກົດແຫ່ງກັມ ແລະ ການວຽນວ່າຍ ຕາຍເກີດ ໃນ ວັຕສົງສາຣ. ຄົນໃດ ກໍຕາມ ທີ່ ທຳບາບກັມ ເໝືອນ ບຸຣຸສຊ່າງຕີຄຳ ກໍຈະໄດ້ຮັບໃຊ້ ບາບກັມຄືກັນ ຢ່າງນັ້ນ ບໍ່ມີ ຂໍ້ຍົກເວັ້ນ ແຕ່ຢ່າງໃດ ຈະເປັນ ເຊື້ອຊາຕໃດ ວັນນະໃດ ເກີດຢູ່ໃສ ກໍຕາມ. ດ້ວຍ ເຫຕນີ້ ພຣະສັມມາສັມພຸທເຈົ້າ ຈຶ່ງໄດ້ຕັສວ່າ " ກັມມຸນາ ວັຕຕະຕີໂລໂກ " ສັຕໂລກ ຍ່ອມເປັນໄປ ຕາມ ກັມ (ທີ່ຕົນເອງທຳ).
ເຮົາ ຈະສັງເກດເຫັນວ່າ ເມື່ອ ບາບກັມ ຍັງແຮງຢູ່ ສັຕທັງຫຼາຍ ຕ້ອງໄດ້ໄປຕົກນະຮົກ ເມື່ອ ບາບກັມ ເບົາບາງ ຈຶ່ງໄດ້ມາເກີດເປັນ ສັຕເດັຽຣະສານ ຕໍ່ມາ ຈຶ່ງໄດ້ເກີດເປັນຄົນ ຖ້າວ່າ ເສດບາບກັມ ຍັງມີຢູ່ ກໍເປັນ ຄົນບໍ່ສົມປະກອບ. ການທີ່ ພວກເຮົາ ເກີດມາ ມີ ອາກາຣ 32 ຄົບຖ້ວນບໍຣິບູຣ ກໍຖືວ່າ ເຮົາ ມີ ບຸນຫຼາຍ ສົມຄວນ. ບຸຣຸສໃດ ຫຼືວ່າ ຊາຍໃດ ໄດ້ທຳ ກາເມສຸມິສາຈາຣ ກັບ ພະຣິຍາຂອງຄົນອື່ນ ກໍຈະໄດ້ຮັບ ບາບກັມ ແລະ ໃຊ້ກັມ ເໝືອນ ເຣື່ອງ ຂອງ ອິສິທາສີນີ້.
ທ້າຍສຸດ ໃນ ໂອກາສ ຈະຂຶ້ນປີໃໝ່ສາກົລນີ້ ຂ້າພະເຈົ້າ (ໃນນາມ ປະທາສະມາຄົມລາວ) ຂໍອວຍໄຊຍ໌ໃຫ້ພອນ ສະມາຊິກສະມາຄົມລາວທຸກທ່ານ ແລະ ຄົນລາວທົ່ວໆໄປ ຈົ່ງມີແຕ່ ອາຍຸ ວັນນະ ສຸຂະ ພະລະ ປະຕິພານ ທະນະສານສົມບັດ ຈະເຣີນ ໃນ ໜ້າທີ່ການງານ ແລະ ໝັ້ນແກ່ນ ຢູ່ໃນ ສິລທັມ ຄຳສັ່ງສອນ ຂອງ ພຣະສັມມາສັມພຸທເຈົ້າ ຕລອດປີໃໝ່ ສາກົລ 2006 ຈະມາເຖິງ ແລະ ປີຕໍ່ໆໄປ ເທີ້ນ.

ຈົບ.